ປະ​ຊາ​ຊົນ ຫວຽດ​ນາມ ​ຢູ່​​ທ້ອງ​ຖິ່ນຕ່າງໆ​ໄປ​ວັດ​ຍາມ​ຕົ້ນ​ປີ​ໃໝ່

(VOVWORLD) - ໃນຊຸມວັນຕົ້ນປີໃໝ່ປະຈຳຊາດ, ປະຊາຊົນ ຫວຽດນາມ ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ໄປວັດຖະຫວາຍທູບທຽນ, ພາວະນາຂໍຄວາມສະຫງົບສຸກໃນປີໃໝ່.
ປະ​ຊາ​ຊົນ ຫວຽດ​ນາມ ​ຢູ່​​ທ້ອງ​ຖິ່ນຕ່າງໆ​ໄປ​ວັດ​ຍາມ​ຕົ້ນ​ປີ​ໃໝ່ - ảnh 1ປະຊາຊົນ ຮ່າໂຮ້ຍ ພາກັນໄປວັດ ເຈິນກວັກ ຍາມຕົ້ນປີ (ພາບ: VOV)

ຢູ່ຮ່າໂນ້ຍ, ມີປະຊາຊົນເປັນຈຳນວນຫຼາຍໄດ້ໄປໄຫວ້ພະຢູ່ວັດ ເຈິນກວັກ, ວັດ ກວານຊື, ຫໍ ເຕີຍໂຮ່, ວິຫານ ກວານແທັງ… ໃຜໆກໍພາວະນາບັນດາສິ່ງທີ່ດີງາມໃຫ້ແກ່ຕົວເອງ ແລະ ຄອບຄົວໃນປີໃໝ່ນີ້.

“ຕົ້ນລະດູບານໃໝ່ປີໃໝ່ປີມະເສັງ, ຂ້າພະເຈົ້າກໍໄດ້ໄປວັດ ດ້ວຍຄວາມປາດຖະໜາວ່າ ປີໃໝ່ປີນີ້ ຈະມີສຸຂະພາບເຂັ້ມແຂວງ, ຄອບຄົວມີຄວາມຜາສຸກ, ຢູ່ດີມີແຮງ. ຂ້າພະເຈົ້າກໍພາວະນາໃຫ້ປະເທດຊາດມີຄວາມວັດທະນາຖາວອນ, ປະຊາຊົນໄດ້ກິນອີ່ມນຸ່ງອຸ່ນ ແລະ ຜາສຸກ”.

“ບັນຍາກາດໄປວັດໄຫວ້ພະຍາມຕົ້ນປີ, ພິເສດແມ່ນມື້ນີ້ ຖືວ່າສຸດຍອດຫຼາຍ, ນັບທັງອາກາດ ແລະ ທິວທັດທຳມະຊາດງາມຫຼາຍ. ປີນີ້ກໍແມ່ນປີທີ່ພິເສດສຳລັບປະເທດຊາດ, ຂ້າພະເຈົ້າເຫັນບັນຍາກາດຄຶກຄື້ນທີ່ສຸດ, ປະຊາຊົນຜູ້ໃດກໍຮູ້ສຶກກະຕືລືລົ້ນ”.

ປະ​ຊາ​ຊົນ ຫວຽດ​ນາມ ​ຢູ່​​ທ້ອງ​ຖິ່ນຕ່າງໆ​ໄປ​ວັດ​ຍາມ​ຕົ້ນ​ປີ​ໃໝ່ - ảnh 2 ການໄປວັດຍາມຕົ້ນປີ ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ (ພາບ: VOV)

ຢູ່ແຂວງ ລ້າງເຊີນ, ບັນດາສະຖານທີ່ທ່ອງທ່ຽວທາງດ້ານຈິດວິນຍານຄື ວິຫານ, ວັດວາອາຮາມ, ເຂດປູສະນີຍະສະຖານປະຫວັດສາດ ກໍດຶງດູດຜູ້ມາໄຫວ້ພະ, ມາຢ້ຽມຊົມເປັນຈຳນວນຫຼາຍ.

ສຳລັບຊາວ ຫວຽດນາມ ແຕ່ລະຄົນ, ການໄປວັດຍາມຕົ້ນປີ ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອ, ບໍ່ພຽງແຕ່ເພື່ອພາວະນາເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວເຂົ້າກັບບັນຍາກາດອັນສະຫງົບສຸກຂອງເຂດສັກສິດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ