
ທ່ານ ຫງວຽນທ້ຽນເຍີນ ແລະ ທ່ານນາງ
Beatrice Maser Mallor
(ພາບ: Baomoi.com)
(vovworld) – ທີ່ການຕ້ອນຮັບໃນຕອນບ່າຍວັນທີ 04/01, ຢູ່ຮ່າໂນ້ຍ, ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນທ່ານນາງເອກອັກຄະລັດຖະທູດ ສະວິດ Beatrice Maser Mallor ມາຮັບໜ້າທີ່ການທູດຢູ່ ຫວຽດນາມ. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ: ຈະເພີ່ມທະວີກ່ວາອີກການຮ່ວມມືການຄ້າ - ການລົງທຶນລະຫວ່າງ 2 ປະເທດ, ສຸມໃສ່ເຂົ້າໃນບັນດາຂົງເຂດທີ່ ສະວິດ ມີທ່າແຮງ ແລະ ຫວຽດນາມ ມີຄວາມຮຽກຮ້ອງຕ້ອງການຄື: ການເງິນ, ທະນາຄານ, ປະກັນໄພ, ເຕັກໂນໂລຢີສູງ, ເຄມີ…ທ່ານ ຫງວຽນທ້ຽນເຍີນ ກໍ່ປາດຖະໜາວ່າ: ສະວິດ ຈະແບ່ງປັນບົດຮຽນ, ໜູນຊ່ວຍ ຫວຽດນາມ ສ້າງລະບົບການສຶກສາມີຄຸນນະພາບສູງ, ພິເສດແມ່ນ ຕິດພັນກັບການສອນວິຊາຊີບ, ພັດທະນາວິທະຍາສາດ - ເຕັກໂນໂລຢີ ດ້ວຍການບຳລຸງສ້າງຢູ່ບັນດາມະຫາວິທະຍາໄລ, ສູນຄົ້ນຄວ້າ.
ສ່ວນທ່ານນາງເອກອັກຄະລັດຖະທູດ ສະວິດ Beatrice Maser Mallor ຢືນຢັນວ່າ: ການພົວພັນຮ່ວມມືລະຫວ່າງ ສະວິດ ແລະ ຫວຽດນາມ ນັບມື້ນັບດີງາມ. ເມື່ອເຕື້ອງເຖິງສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບສະຫະສະມາຄົມການຄ້າເສລີ ເອີລົບ (EFTA), ທ່ານນາງເອກອັກຄະລັດຖະທູດ ສະວິດ ຊີ້ແຈ້ງວ່າ: ສະວິດ ສືບຕໍ່ສະໜັບສະໜູນ ຫວຽດນາມ ເພື່ອລົງນາມສັນຍາໃນໄລຍະໄວທີ່ສຸດ.