ປະທານປະເທດຫວຽດນາມເຈືອງເຕີ້ນຊາງສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ.ເຊັກໂກ
ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ເຈລະຈາກັບປະທານາທິບໍດີ ເຊັກໂກ Milos Zeman |
(vovworld)- ຕອນທ່ຽງວັນທີ 13/5, ຕາມເວລາ ປະຣາຮາ, ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ແລະ ພັນລະຍາ ພ້ອມດ້ວຍຄະນະໄດ້ອອກຈາກນະຄອນຫຼວງ ປະຣາຮາ, ເດີນທາງໄປຢ້ຽມຢາມອາແຢັກບາຍຢານ ຢ່າງເປັນທາງການແຕ່ວັນທີ 13-15/5. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 13/5, ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ເຊັກໂກ Sobotka, ໃຫ້ການຕ້ອນຮັບຮອງປະທານຄະນະກຳມາທິການການຄ້າສາກົນລັດຖະສະພາເອີລົບ Jan Zahradil . ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ເຊັກໂກ Sobotka, ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ຫວັງເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດທີ່ເປັນມູນເຊື້ອ, ໃນນັ້ນ ມີເຊັກໂກ. ສ່ວນທ່ານນາຍົກລັດຖະມົນຕີ ເຊັກໂກ Sobotka ຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືບຸລິມະສິດຂອງເຊັກໂກໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ເຊັກໂກສະໜັບສະໜູນຫວຽດນາມເພີ່ມທະວີການພົວພັນກັບ EU, ພ້ອມແລ້ວທີ່ຈະໜູນຊ່ວຍຊຸກຍູ້ EU ໃຫ້ສັດຕະຍາບັນສັນຍາ PCA ໂດຍໄວ, ສຳເລັດການເຈລະຈາ, ລົງນາມໃນສັນຍາການຄ້າເສລີຫວຽດນາມ - EU ໃນໄວໆນີ້. ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ໄດ້ໄປວາງພວງມາລາຢູ່ອະນຸສາວະລີແຫ່ງຊາດ Vitkov ແລະ ຢ້ຽມຢາມຫໍພິພິທະພັນປະຫວັດສາດແຫ່ງຊາດເຊັກໂກ.
ແລະ ກໍໃນຂອບເຂດການຢ້ຽມຢາມ ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ໄດ້ມີການເຈລະຈາກັບປະທານາທິບໍດີ ເຊັກໂກ Milos Zeman, ພົບປະກັບປະທານສະພາສູງ ແລະ ສະພາຕ່ຳຂອງເຊັກໂກ. ທີ່ການພົບປະເຫຼົ່ານັ້ນ, ການນຳ 2 ປະເທດ ໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບສາຍພົວພັນມິດຕະພາບຊຶ່ງໄດ້ສະແດງອອກຜ່ານການສົນທະນາການເມືອງ ແລະ ບັນດາການເຄື່ອນໄຫວ 2 ຝ່າຍໃນຫຼາຍຂົງເຂດ. ການນຳ 2 ປະເທດໄດ້ເຫັນດີເພີ່ມທະວີການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ. 2 ຝ່າຍເຫັນດີສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ, ແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ.