ປະທານປະເທດເຈີ່ນດ້າຍກວາງຮຽກຮ້ອງໃຫ້ຂະແໜງສາທາລະນະສຸກພັດທະນາເຕັກນິກລົງເລິກຂະແໜງ
ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະເຫຼີມສະຫລອງ
|
(vovworld) – ຕອນເຊົ້າວັນທີ 23/12, ຢູ່ຮ່າໂນ້ຍ, ໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງ (1906 – 2016) ຢ່າງສົມກຽດ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງຄັ້ງທີ 2. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ອວຍພອນ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານ, ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານໝໍ, ພາລະກອນການແພດ, ພະນັກງານໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ ລຸ້ນຕ່າງໆສຳລັບພາລະກິດສົ່ງເສີມ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ຂະແໜງການແພດເວົ້າລວມ, ໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ ເວົ້າສະເພາະ, ສຸມໃສ່ຍົກສູງຄຸນນະພາບວຽກງານ ກວດ, ປິ່ນປົວພະຍາດ, ສືບຕໍ່ປ່ຽນໃໝ່ວຽກງານເບິ່ງແຍງດູແລ, ຄຸ້ມຄອງຄົນເຈັບ, ເຮັດວຽກງານຮັບໃຊ້ດ້ານການແພດເນື່ອງໃນໂອກາດງານບຸນຕ່າງໆເປັນຢ່າງດີ… ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມອບໜ້າທີ່ໃຫ້ຂະແໜງສາທາລະນະສຸກ ສຸມໃສ່ພັດທະນາເຕັກນິກປາຍແຫຼມ,ລົງເລິກຂະແໜງ, ຕອບສະໜອງຄວາມຕ້ອງການເບິ່ງແຍງດູແລສຸຂະພາບປະຊາຊົນໃຫ້ນັບມື້ນັບສູງ ແລະ ເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການຄົ້ນຄ້ວາວິທະຍາສາດ, ສຳພັດ ແລະ ໝູນໃຊ້ບັນດາຜົນງານກ່ຽວກັບວິທະຍາສາດ - ເຕັກນິກທີ່ກ້າວໜ້າໃນການກວດ, ປິ່ນປົວພະຍາດ, ເອົາໃຈໃສ່ວຽກງານບຳລຸງສ້າງ ແລະ ຊີ້ນຳດ້ວຍໂຮງໝໍນ້ອຍ, ປະກອບສ່ວນຍົກສູງຄຸນນະພາບໂຮງໝໍ ແລະ ການແພດຂັ້ນຮາກຖານ.