ປະທານປະເທດເຈືອງເຕີນຊາງຕ້ອນຮັບຜູ້ວ່າການແຂວງWakayama,ປະເທດຍີ່ປຸ່ນ

ປະທານປະເທດເຈືອງເຕີນຊາງຕ້ອນຮັບຜູ້ວ່າການແຂວງWakayama,ປະເທດຍີ່ປຸ່ນ - ảnh 1
ປະທານປະເທດເຈືອງເຕີນຊາງຕ້ອນຮັບຜູ້ວ່າການແຂວງWakayama,ປະເທດຍີ່ປຸ່ນ
(ພາບ: Phương Hoa - TTXVN)

(vovworld) – ​ທີ່​ການ​ຕ້ອນ​ຮັບຜູ້​ວ່າ​ການ​​ແຂວງ Wakayama, ປະ​ເທດ​ ຍີ່​ປ​ຸ່​ນ ທ່ານ Yoshinobu Nisakaເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 11/3, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ຊົມ​ເຊີຍ​ທ່ານ​ຜູ້​ວ່າ​ການ​​ເຊິ່ງ Wakayama ແລະ ຄະ​ນະ​ຜູ້​ແທນ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້ ເພື່ອ​ແນ​ໃສ່​​ເພີ່ມ​ທະ​ວີ ແລະ ເປີດ​ກ້​ວາງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ສິນ​ໃນ​ນ້ຳ​ລະ​ຫວ່າງ​ແຂວງ Wakayama ກັບ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ບາງ​ແຂວງ​ຂອງ ຫວຽດ​ນາມ. ນີ້​ແມ່ນ​​ປະ​ກົດ​ການ​ທີ່ແທດ​ຈິງຂອງ​ການ​ພົວ​ພັນ​ຮ່ວມ​ມື, ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ ແລະ ກ້​ວາງ​ຂວາງ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ໃນ​ນັ້ນ​ມ​ີ​ຂົງ​ເຂດ​ກະ​ສິ​ກຳ ​ເຊິ່ງໄດ້ ແລະ ພວມ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຊື່ອ​ໝັ້ນ​ວ່າ​ດ້ວຍ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຈາກ​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ​ຂອງ ຍີ່​ປຸ່ນ ແລະ ຫວຽດ​ນາມ, 2 ຝ່າຍ​ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາ​​ຢ່າງຕັ້ງ​ໜ້າ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​​ໃນ​ຂົ​ງ​ເຂດຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ທີ່​ກ້າວ​ໜ້າ, ບົດ​ຮຽນ​ຂອງ ຍີ່​ປຸ່ນ. ທ່ານ​ປະ​ທານ​ປະ​ເທດ ຢືນຢ​ັນ​ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຊອກ​ຮູ້, ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ