ປະທານປະເທດເຈືອງເຕີນຊາງຕ້ອນຮັບເລຂາທິການໃຫຍ່ສູນບັນດາຄົນງານກູບາ

ປະທານປະເທດເຈືອງເຕີນຊາງຕ້ອນຮັບເລຂາທິການໃຫຍ່ສູນບັນດາຄົນງານກູບາ - ảnh 1
ພາບ​ປະ​ກອບ

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 1/4, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Ulises Giularte de Nascimiento, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ກູ​ບາ, ກຳ​ມະ​ການ​ສະ​ພາ​ແຫ່ງ​ລັດ, ກຳ​ມະ​ການ​ສະ​ພາ​ແຫ່ງ​ຊາດ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ບັນ​ດາ​ຄົນ​ງານ ກູ​ບາ ​ທີ່ພວມ​ມີ​ການ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

        ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ໃສ່​ໃຈ​ວ່າ: ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ແລະ ສູນ​ບັນ​ດາ​ຄົນ​ງານ ກູ​ບາ ໄດ້​ພົວ​ພັນ​ແລກ​ປ່ຽນ​ຊອກ​ຫາ​ບົດ​ຮຽນ​ທີ່​ດີ​ໃນ​ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ງານ, ພ້ອມ​​ກັນ​ນັ້ນໃນ​ວຽກ​ງານກໍ່​ສ້າງ​ພັກ​ຕ້ອງ​ເປັນ​ເຈົ້າ​ການ​ຕໍ່​ສູ້, ແກ້​ໄຂ​ບັນ​ດາ​ສິ່ງ​ທ້​າ​ທາຍ​ທີ່​ໄດ້​ວາງ​ອອກ, ນັ້ນ​ແມ່ນ​ການ​ຊຸດ​ໂຊມ​ຂອງ​ພາກ​ສ່ວນ​ໜຶ່ງ​ໃນ​ຖັນ​ແຖວ…

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Ulises Giularte de Nascimiento ແຈ້ງ​ໃຫ້​ທ່ານ​ປະ​ທານ​ປະ​ເທດ ເຈື​ອງ​ເຕີນ​ຊາງ ​ໄດ້ຮັບຊາບ​ກ່ຽວ​ກັບ​ບາງ​ໝາກ​ຜົນ​ຂອງ​ການ​ພົວ​ພັນ​ແລ​ກ​ປ່ຽນ​ກັບ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ແລະ ກຳ​ນົດ​ທິດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​​ອົງ​ການກຳ​ມະ​​ບານ​ຕາມ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອ​ມ​ມູ​ນິດ ກູ​ບາ. ໃນ​ການ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢ​ູ່ ຫວຽດ​ນາມ ຄັ້ງ​ນີ້, ຄະ​ນະ​ຫວັງ​ວ່າ​ໄດ້​ແລກ​ປ່ຽນ, ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງ​ທຶນ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ກຳ​ມະ​ບານ, ກຳ​ມະ​ກອນ​ໃນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກ​ຳ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ຂອງ ກູ​ບາ ໃນ​ໄລ​ຍະ​ໃໝ່.


ຂ່າວ/ບົດ​ອື່ນ