ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີແຜນການ ລາຊະອານາຈັກ ກຳປູເຈຍ
(ພາບ: Nguyễn Khang/ສຳນັກຂ່າວສານ ຫວຽດນາມ)
(vovworld) – ໃນຕອນບ່າຍວັນທີ 7/3, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງແຜນການລາຊະອານາຈັກ ກຳປູເຈຍ Chhay Than. ນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕີລາຄາສູງບັນດາຜົນສຳເລັດໃນການເຄື່ອນໄຫວເລືອກຕັ້ງທີ່ດຳເນີນຢູ່ຂັ້ນຮາກຖານຂອງ ກຳປູເຈຍ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າການເລືອກຕັ້ງໃນທົ່ວປະເທດຈະມາເຖິງຂອງ ກຳປູເຈຍ ຈະດຳເນີນໄປຢ່າງຈົບງາມ. ທ່ານລັດຖະມົນຕີກະຊວງແຜນການລາຊະອານາຈັກ ກຳປູເຈຍ Chhay Than ໄດ້ແຈ້ງໃຫ້ທ່ານປະທານປະເທດ ເຈືອງເຕີນຊາງ ຊາບກ່ຽວກັບແຜນການລົງທຶນຂອງລັດຖະບານ ກຳປູເຈຍ ໃນໄລຍະຜ່ານມາ, ຫວັງວ່າວິສາຫະກິດ ຫວຽດນາມ ຈະລົງທຶນ ເຂົ້າ ກຳປູເຈຍ ແລະ ວົງເງິນການຄ້າລະຫວ່າງ 2 ປະເທດຈະບັນລຸໄດ້ 5 ຕື້ USD ໃນປີ 2015.