ປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ ວັນພຸດ ທີ 17 ຕຸລາ ຄ.ສ. 2012 | 18:14:03 (ພາບ:ອິນເຕີແນັດ) (vovworld) - ຕອນເຊົ້າວັນທີ 17/10, ທ່ານປະທານປະເທດ Truong Tan Sang, ສະມາຊິກສະພາແຫ່ງຊາດຊຸດທີ 13 ແລະ ບັນດາ ສສຊ ຫົວໜ່ວຍເລືອກຕັ້ງເລກ 1 ນະຄອນໂຮ່ຈິມິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ. ນະທີ່ນີ້, ຜູ້ຕາງໜ້າ ສສຊ ນະຄອນໂຮ່ຈິມິນ ໄດ້ລາຍງານກັບຜູ້ມີສິດເລືອກຕັ້ງ ການຄາດຄະເນເນື້ອໃນ ແລະ ລາຍການຂອງກອງປະຊຸມສະໄໝສະມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 13 ຊື່ງຈະດຳເນີນຢູ່ຮ່າໂນ້ຍ ແຕ່ວັນທີ 22/10-24/11 ແລະ ການເຄື່ອນໄຫວຈຳນວນໜຶ່ງຂອງຄະນະ ສສຊ ນະຄອນໂຮ່ຈິມິນ ໃນໄລຍຜ່ານມາ. ເມື່ອແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງແຈ້ງການ ຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, , ທ່ານປະທານປະເທດ Truong Tan Sang ຢືນຢັນວ່າ: ນີ້ພຽງແຕ່ແມ່ນແຈ້ງການໃນເບື້ອງຕົ້ນເທົ່ານັ້ນ. ການສຳຫຼວດກວດກາຂອງກົມການເມືອງ ແລະ ຄະນະເລຂາສູນກາງພັກຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 4 ໄດ້ຮັບການປະຕິບັດດ້ວຍຈິດໃຈເຂັ້ມງວດທີ່ສຸດ: “ໃນສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດຈະຮັບຮອງເອົາຂໍ້ກຳນົດພື້ນຖານກົດໝາຍເພື່ອໃຫ້ແຕ່ລະປີ, ສະພາແຫ່ງຊາດຈະປ່ອນບັດໄວ້ວາງໃຈພວກຂ້າພະເຈົ້າ. ນີ້ແມ່ນວຽກງານກວດກາ, ຕິດຕາມກວດກາໂດຍກົງ, ແນ່ນອນວ່າຕ້ອງປ່ອນບັດລັບເພື່ອຕີລາຄາ. ຕີລາຄາບັນດາຜູ້ໄດ້ຮັບເລືອກຕັ້ງເພື່ອດຳລົງບັນດາຕຳແໜ່ງສຳຄັນຂອງປະເທດຊາດ. ແຕ່ລະປີ, ໃນຄະນະບໍລິຫານງານສູນກາງພັກກໍ່ຈະເຮັດຄືແນວນັ້ນ“ Tag ພົບປະ ນະຄອນໂຮ່ຈິມິນ ຂ່າວ/ບົດອື່ນ ທ່ານປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ໂກລົມເບຍ ແລະ ເອກອັກຄະລັດຖະທູດ ປານາມາ ເຂົ້າຢ້ຽມອຳລາ ການນຳ VOV ຕ້ອນຮັບສະໂມສອນທ່ານຜູ້ຟັງວິທະຍຸ Borneo, ອິນໂດເນເຊຍ ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນຄອບຄົວ ຫວຽດນາມ 28 ມິຖຸນາ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສະຫຼຸບ 6 ເດືອນຜັນຂະຫຍາຍແຜນຮ່າງ 06 ໃນບໍລິເວນນະຄອນ ຮ່າໂນ້ຍ
ທ່ານປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ໂກລົມເບຍ ແລະ ເອກອັກຄະລັດຖະທູດ ປານາມາ ເຂົ້າຢ້ຽມອຳລາ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສະຫຼຸບ 6 ເດືອນຜັນຂະຫຍາຍແຜນຮ່າງ 06 ໃນບໍລິເວນນະຄອນ ຮ່າໂນ້ຍ
ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຕ້ອນຮັບ ແລະ ສົນທະນາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງເປັນທາງການ
ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ