ທ່ານ Bob Corker
|
(vovworld)- ຕອນບ່າຍວັນທີ 4/8, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Bob Corker, ສະມາຊິກສະພາສູງ, ສະມາຊິກຂັ້ນສູງຂອງຄະນະກຳມາທິການສະພາສູງ ອາເມລິກາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືກັບສະພາແຫ່ງຊາດ ອາເມລິກາ. ເມື່ອເວົ້າເຖິງບັນຫາທະເລຕາເວັນອອກ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຢືນຢັນ: ສະພາແຫ່ງຊາດ ຫວຽດນາມ ຄັດຄ້ານການກະທຳຂອງຈີນ ຢູ່ທະເລຕາເວັນອອກ ທີ່ໄດ້ນາບຂູ່ເຖິງຄວາມໝັ້ນຄົງ, ສັນຕິພາບຢູ່ພາກພື້ນ. ສະພາແຫ່ງຊາດຫວຽດນາມ ເຊື່ອໝັ້ນຕໍ່ບົດບາດຂອງ ສປຊ, ບັນດາອົງການສາກົນໃນການຕໍ່ສູ້ປົກປ້ອງສິດຜົນປະໂຫຍດດ້ານກົດໝາຍຂອງບັນດາປະເທດຢູ່ທະເລຕາເວັນອອກ. ສ່ວນທ່ານ Bob Corker, ສະມາຊິກສະພາສູງ ອາເມລິກາ ຢືນຢັນ: ສະພາສູງອາເມລິກາ ພ້ອມແລ້ວ ຊຸກຍູ້ການພົວພັນຮ່ວມມືກັບສະພາແຫ່ງຊາດຫວຽດນາມ ຢ່າງແຮງ, ເປັນຕົ້ນແມ່ນບົດຮຽນໃນການປະກາດໃຊ້ບັນດາກົດໝາຍ, ທ່ານຍັງເນັ້ນຫນັກວ່າ: ອາເມລິກາ ສົນໃຈທີ່ສຸດເຖິງສະພາບການຢູ່ທະເລຕາເວັນອອກ ແລະ ຄັດຄ້ານເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມໃນໄລຍະຜ່ານມາ.
ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ກໍໄດ້ຕ້ອນຮັບທ່ານ Bob Corker ສະມາຊິກສະພາສູງອາເມລິກາ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຖືວ່າ: ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອ ເພີ່ມທະວີການພົວພັນໃນໄລຍະຈະມາເຖິງ.