ປະທານສະພາແຫ່ງຊາດຫງວຽນທິກິມເງິນຕິດຕາມກວດກາການກະກຽມເລືອກຕັ້ງຢູ່ແຂວງຫາຍເຢືອງ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕິດຕາມກວດກາການກະກຽມເລືອກຕັ້ງຢູ່ແຂວງຫາຍເຢືອງ - ảnh 1
(ທ່ານປະທານສະພາແຫ່ງຊາດຫງວຽນທິກິມເງິນ
ຕິດຕາມກວດກາການກະກຽມເລືອກຕັ້ງຢູ່ແຂວງຫາຍເຢືອງ)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 23/04, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄ​ດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈ​ຳ​ພັກ​ແຂວງ​ຫາຍ​ເຢືອງ ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທ​ີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ທ​ຸກ​ຂັ້ນ​ອາ​ຍຸ​ການ 2016 - 2021.

        ກ່າວ​ຄຳ​ເຫັນ​ທີ​ການ​ເຮັດ​ວຽກ, ທ່ານ​ນາງ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​​ໃສ່ໃຈ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຂວງ​ຫາຍ​ເຢືອງ ເພີ່ມ​ທ​ະ​ວີ​ການກວດ​ກາ​ທຸກວຽກ​ງານ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ການ​ເລືອກ​ຕັ້ງ​ດຳ​ເນີນ​ໄ​ປ​ບັນ​ລຸ​ຜົນ​ສຳ​ເລັດ.

        ແລະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ຕິດ​ຕາມກວດ​ກາ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໂດຍ​ທ່ານ ຫງວຽນ​​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ, ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ລົງ​ຕິດ​ຕາມກວດ​ກາ​ວຽກ​ງານ​ເລືອກ​ຕັ້ງ​ຢ​ູ່​ເມືອງ 11, ນະ​ຄອນ​ໂຮ່​ຈິ​ມິນ.

ຂ່າວ/ບົດ​ອື່ນ