ປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ແຂວງກາວບັງ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ
ຄະນະປະຕິບັດງານເຮັດວຽກຢູ່ຕາແສງ ນາມຕ໋ວນ, ເມືອງ ຮ່ວາອານ
(ພາບ:ປະຊາຊົນ )
(vovworld) – ໂດຍສືບຕໍ່ປະຕິບັດວຽກງານຢູ່ບັນດາແຂວງພູດອຍທາງພາກເໜືອ, ວັນທີ 21/06 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະປະຕິບັດງານໄດ້ເຮັດວຽກກັບການນຳແຂວງ ກາວບັງ. ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ: ຈຸດພົ້ນເດັ່ນໃນໝາກຜົນສັງລວມຂອງແຂວງ ກາວບັງ ແມ່ນໂຄງປະກອບໂຄງລ່າງຄົມມະນາຄົມ, ພັດທະນາໂຄງລ່າງຕົວເມືອງ. ພ້ອມກັນນັ້ນ ໂສມໜ້າເຂດຊົນນະບົດໄດ້ມີການປ່ຽນແປງຫລາຍຢ່າງ ເມື່ອທຽບໃສ່ເມື່ອກ່ອນ. ທ່ານນາງປະທານສະພາແຫ່ງຊາດຖືວ່າ: ແຂວງ ກາວບັງ ຕ້ອງທົບທວນຄືນໝາກຜົນແຫ່ງການປະຕິບັດການສ້າງຊົນນະບົດໃໝ່ຢ່າງເຂັ້ມງວດ ເພື່ອຖອດຖອນບັນດາບົດຮຽນ, ມາດຕະການແກ້ໄຂໃຫ້ແກ່ໄລຍະຈະມາເຖິງ.
ໃນໄລຍະຈະມາເຖິງ, ແຂວງ ກາວບັງ ຕ້ອງກຳນົດອັນດັບຈຸດໝາຍບຸລິມະສິດພັດທະນາ, ໃນນັ້ນ ເອົາໃຈໃສ່ເປັນສຳຄັນການລົງທຶນດ້ານກະສິກຳ, ຊົນນະບົດ. ທ່ານນາງປະທານສະພາແຫ່ງຊາດຍ້ອງຍໍແຂວງ ກາວບັງ ໄດ້ນຳໜ້າໃນການຊອກຮູ້ສະພາບການຜະລິດ, ຄວນຮຽກຮ້ອງຕ້ອງການຂອງຕະຫລາດສົ່ງອອກຜະລິດຕະພັນກະເສດ, ແຕ່ວ່າ ທາງແຂວງ ກາວບັງ ຄວາມເອົາໃຈໃສ່ເລື່ອງມາດຕະການກວດກາໜ້າທີ່, ແກ້ໄຂບັນດາສິ່ງຈຳກັດຄືການຫັນປ່ຽນໂຄງປະກອບເສດຖະກິດ.
ກ່ອນໜ້ານັ້ນ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ຄະນະປະຕິບັດງານໄດ້ເຮັດວຽກຢູ່ຕາແສງ ນາມຕ໋ວນ, ເມືອງ ຮ່ວາອານ ກ່ຽວກັບສະພາບການດ້ານເສດຖະກິດ - ສັງຄົມ; ໝາກຜົນແຫ່ງການປະຕິບັດຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່.