ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຂົ້າຮ່ວມພິທີເປີດນຳໃຊ້ຫໍພິພິທະພັນແຫ່ງຊາດ ຫວຽດນາມ
(VOVWORLD) - ນີ້ແມ່ນເຫດການທີ່ມີຄວາມໝາຍຄວາມສຳຄັນ, ຊ່ວຍໃຫ້ມວນຊົນມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ, ການພັດທະນາ, ທີ່ຕັ້ງ, ບົດບາດຂອງສະພາແຫ່ງຊາດໃນປະຫວັດສາດພັດທະນາຂອງຊາດ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີພິທີ |
ຕອນບ່າຍວັນທີ 02 ທັນວາ, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນພິທີເປີດນຳໃຊ້ຫໍພິພິທະພັນແຫ່ງຊາດ ຫວຽດນາມ ແລະ ແນະນຳປຶ້ມ, ສື່ສິ່ງພິມ, ປະກາດໃຊ້ຊຸດສະແຕມໄປສະນີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອສະພາແຫ່ງຊາດ ຫວຽດນາມ (1946 – 2026). ກ່າວຄໍາເຫັນທີ່ພິທີເປີດນຳໃຊ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ, ນີ້ແມ່ນເຫດການທີ່ມີຄວາມໝາຍຄວາມສຳຄັນ, ຊ່ວຍໃຫ້ມວນຊົນມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ, ການພັດທະນາ, ທີ່ຕັ້ງ, ບົດບາດຂອງສະພາແຫ່ງຊາດໃນປະຫວັດສາດພັດທະນາຂອງຊາດ ຫວຽດນາມ. ພິເສດ, ຫໍພິພິທະພັນແຫ່ງຊາດ ເມື່ອໄດ້ເປີດນຳໃຊ້ແລ້ວນັ້ນ ຈະແມ່ນກິດຈະກຳທີ່ເຕັມໄປດ້ວຍຄວາມໝາຍ, ປະກອບສ່ວນສ້າງສຳເລັດພາບພົດກ່ຽວກັບປະຫວັດສາດ 80 ປີແຫ່ງວັນມູນເຊື້ອຂອງສະພາແຫ່ງຊາດ ຫວຽດນາມ.