ປະທານຫງວຽນທ້ຽນເຍີນສົ່ງສານອວຍພອນຊາວຄິຼດເນື່ອງໃນໂອກາດວັນບຸນຄິຼດສະມາດ2015
ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດ ຫວຽດນາມ
(ພາບ: HoangHa)
(vovworld) – ເນື່ອງໃນໂອກາດວັນບຸນຄຼິດສະມາດ 2015, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງບັນດາຜູ້ມີຍົດຖາບັນດາສັກ, ນັກບວດ ແລະ ພໍ່ແມ່ພີນ້ອງຊາວ ຄິຼດ ຫວຽດນາມ ທັງໝົດ. ໃນສານ, ທ່ານປະທານ ຫງວຽນທ້ຽນເຍີນ ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫລວງຂອງພໍ່ແມ່ພີນ້ອງຊາວ ຄຼິດ ແລະ ພໍ່ແມ່ພີນ້ອງຊາວ ໂປຣແຕສຕັງ ຫວຽດນາມ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ຮ່ວມເດີນທາງພ້ອມກັບຊາດ; ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຊື່ອໝັ້ນວ່າ: ພໍ່ແມ່ພີນ້ອງຊາວ ຄຼິດ ແລະ ພໍ່ແມ່ພີນ້ອງຊາວ ໂປຣແຕສຕັງ ຫວຽດນາມ ຍາມໃດກໍເສີມຂະຫຍາຍມູນເຊື້ອຮັກຊາດ, ຮ່ວມເດີນທາງພ້ອມກັບຊາດ, ສາມັກຄີພ້ອມກັບປະຊາຊົນທົ່ວປະເທດ, ປະກອບສ່ວນຢ່າງແທດຈິງ ເຂົ້າໃນພາລະກິດສ້າງກຸ່ມກ້ອນສາມັກຄີທົ່ວປວງຊົນທັງຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດແຂງແຮງ, ສັງຄົມຍຸຕິທຳ, ສີວິໄລ.