ປະທານາທິບໍດີຝະລັ່ງ Francois Hollande ອວຍພອນປີໃໝ່ມະເສງ
Thuy Van ນັກຂ່າວ VOV ປະຈຳຝະລັ່ງ -  
ນັກຂ່າວ VOV ສຳພາດປະທານາທິບໍດີຝະລັ່ງ
(ພາບ:vov.vn)
(vovworld) – ວັນທີ 18/2, ວັງ Elysees ຂອງຝະລັ່ງ ໄດ້ຈັດພິມີຂ່ຳນັບຊົມເຊີຍບຸນເຕັດອາຊີ ໂດຍມີການເຂົ້າຮ່ວມຂອງປະຊາຄົມບັນດາປະເທດອາຊີ ຢູ່ຝະລັ່ງ, ຊາວຝະລັ່ງ ເຊື້ອຊາດອາຊີ ເປັນຈຳນວນຫຼວງຫຼາຍ, ໃນນັ້ນມີຊາວຫວຽດນາມອາໄສຢູ່ຝະລັ່ງ, ຊາວຝະລັ່ງ ເຊື້ອຊາດຫວຽດນາມ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ຝະລັ່ງ, ສະມາຄົມນັກທຸລະກິດ, ນັກສຶກສາ, ຊາວໜຸ່ມຫວຽດນາມ ປະຈຳຝະລັ່ງ. ກ່າວຄຳເຫັນທີ່ພິທີ, ປະທານາທິບໍດີຝະລັ່ງ Francois Hollande ຫວັງວ່າໃນປີໃໝ່ມະເສງ, ປະຊາຄົມອາຊີ ຈະເສີມຂະຫຍາຍບົດບາດເປັນຂົວຕໍ່, ຕັ້ງໜ້າຊຸກຍູ້ການພົວພັນລະຫວ່າງຝະລັ່ງ ກັບບັນດາປະເທດອາຊີ, ໃນນັ້ນມີຫວຽດນາມ. ປະທານາທິບໍດີຝະລັ່ງ Francois Hollande ໃຫ້ຮູ້ວ່າ: ໃນປີແຫ່ງການພົບປະແລກປ່ຽນ 2013-2014, ຫວຽດນາມ ແລະ ຝະລັ່ງ ຈະຈັດບັນດາການເຄື່ອນໄຫວເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ:
“ໃນປີໜ້າ, ຂ້າພະເຈົ້າຈະໄປຢ້ຽມຢາມຫວຽດນາມ. ລັດຖະບານຝະລັ່ງ ຈະພ້ອມກັບລັດຖະບານຫວຽດນາມ ຮ່ວມມືກັນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດຄື: ວັດທະນະທຳ, ເສດຖະກິດ ແລະ ແລກປ່ຽນນັກສຶກສາ.“
Thuy Van ນັກຂ່າວ VOV ປະຈຳຝະລັ່ງ