(vovworld) – ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບວິກິດການຢູ່ຢູແກຼນ, ປະທານາທິບໍດີລັດເຊຍ Vladimir Putin ຖືວ່າກົດໝາຍກ່ຽວກັບກົດລະບຽບພິເສດໃຫ້ເຂດ Donbass ເຊິ່ງປະທານາທິບໍດີຢູແກຼນ Petro Poroshenko ຫາກໍ່ເຊັນປະກາດໃຊ້ແມ່ນບ້າດກ້າວທີ່ຖືກທິດ. ທ່ານຫວັງວ່າ, ກົດໝາຍຈະໄດ້ນຳໃຊ້ເພື່ອແກ້ໄຂບັນດາບັນຫາຄວາມສະຫງົບຢ່າງເຖິງຖອງ. ທ່ານປະທານາທິບໍດີລັດເຊຍ ກໍ່ຮຽກຮ້ອງປະຕິບັດການຂີດຂັ້ນເສັ້ນຊາຍແດນຢູ່ຢູແກຼນ ໂດຍໄວເພື່ອຢຸດຍິງຢ່າງສິນເຊີ່ງ. ຕາມທ່ານແລ້ວ, ມີບັນດາເຫດຜົນອັດຕະວິໄສ ແລະ ພາວະສິໄສ ເຮັດໃຫ້ການຂີດຂັ້ນເສັ້ນຊາຍແດນຍັງບໍ່ທັນໄດ້ຮັບການປະຕິບັດ ແລະ ລັດເຊຍ ຈະມານະພະຍາຍາມຊ່ວຍແກ້ໄຂບັນຫານີ້.
ກ່ຽວກັບການສະໜອງນ້ຳມັນອາຍແກັດໃຫ້ຢູແກຼນ, ທ່ານ Putin ຖະແຫຼງວ່າ ລັດເຊຍ ພ້ອມແລ້ວທີ່ຈະຊ່ວຍແກ້ໄຂການໃຊ້ໜີ້ອາຍແກັດຂອງຢູແກຼນ ແລະ ຫວັງວ່າ EU ກໍ່ຈະຊ່ວຍ Kiev.
ກ່ຽວຂ້ອງເຖິງເສດຖະກິດລັດເຊຍ, ທ່ານ Putin ຢືນຢັນວ່າ, ບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ ບໍ່ແມ່ນປັດໃຈຕັດສິນທີ່ເຮັດໃຫ້ເສດຖະກິດລັດເຊຍ ຊົ່ວຮ້າຍລົງ. ຕາມທ່ານແລ້ວ, ເຫດຜົນຕົ້ນຕໍ່ທີ່ສົ່ງຜົນສະທ້ອນເຖິງເສດຖະກິດລັດເຊຍ ແມ່ນຍ້ອນຄວາມກົດໜ່ວງຂອງເສດຖະກິດໂລກ.