ປະທານາທິບໍດີ ປາແລັດສະຕິນ ເລີ່ມຕົ້ນການຢ້ຽມຢາມ ອີຢິບ
ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas
(ພາບ: AFP/TTXVN)
(vovworld) - ຕອນຄ່ຳວັນທີ 19/03 (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໄດ້ໄປຮອດ Cairo ເລີ່ມຕົ້ນການຢ້ຽມຢາມ ອີຢິບ ຢ່າງເປັນທາງການ ຕາມຄຳເຊີນຂອງ ປະທານາທິບໍດີປະເທດເຈົ້າພາບ Abdel Fattah Al-Sisi ກ່ອນທີ່ດຳເນີນກອງປະຊຸມສຸດຍອດສະຫະພັນ ອາຣັບ (AL) ເຊິ່ງຄາດຄະເນວ່າ ຈະດຳເນີນໃນທ້າຍເດືອນນີ້ຢູ່ Jordan. ໃນແຈ້ງການໜຶ່ງ ໂຄສົກສຳນັກງານປະທານາທິບໍດີ ອີຢິບ ທ່ານ Alaa Yusuf ໃຫ້ຮູ້ວ່າ: ເນື່ອງໃນໂອກາດການຢ້ຽມຢາມ Cairo ຄັ້ງນີ້ຂອງທ່ານປະທານາທິບໍດີ Abbas ຄາດວ່າ ການນຳ 2 ທ່ານຈະປຶກສາຫາລືກ່ຽວກັບການພົວພັນ 2 ຝ່າຍ, ບັນດາການຜັນແປໃໝ່ສຸດທີ່ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອນ, ສະພາບການປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ມະນຸດສະທຳ ທີ່ບັນດາເຂດແຄ້ວນ ຂອງຊາວ ປາແລັດສະຕິນ ກໍ່ຄືບັນດາມາດຕະການເປັນໄປໄດ້ ເພື່ອເຊື່ອມຕໍ່ວິວັດການສັນຕິພາບຢູ່ຕາເວັນອອກກາງ.