(VOVWORLD) - ທ່ານ Zelensky ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ: ຄະນະຜູ້ແທນຂອງ ກີແອັບ ແລະ ມົດສະກູ ຈະສືບຕໍ່ພົບປະກັນຢູ່ UAE ໃນທ້າຍອາທິດນີ້.
ທ່ານນາງ Karoline Leavit ເລຂາສື່ມວນຊົນທຳນຽບຂາວ (ພາບ: VOV) |
ໃນການປະຊຸມຂ່າວຊິ່ງຈັດຂຶ້ນໃນວັນທີ 26 ມັງກອນ, ທ່ານນາງ Karoline Leavit ເລຂາສື່ມວນຊົນທຳນຽບຂາວໃດ້ຮູ້ວ່າ: ທ່ານ Donald Trump ປະທານາທິບໍດີ ອາເມລິກາ ບໍ່ປະລະວິວັດທະນາການສັນຕິພາບຢູ່ ຢູແກຼນ ແລະ ຍັງຄົງເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງຢູ່. ຄຳເຫັນຂອງທ່ານນາງ Karoline Leavitt ໄດ້ຍົກອອກມາໃນສະຖານະການທີ່ບັນດາເຈົ້າໜ້າທີ່ອະວຸໂສຂອງ ອາເມລິກາ, ລັດເຊຍ ແລະ ອູແກຼນ ຫາກໍ່ມີການພົບປະສາມຝ່າຍຄັ້ງທຳອິດຢູ່ ສະຫະລັດ ເອມມີເລດ ຢູໄນເຕັບ ແລະ ຄາດວ່າຈະພົບປະກັນໃນທ້າຍອາທິດນີ້ເພື່ອສືບຕໍ່ປຶກສາຫາລື.
ໃນຂະນະນັ້ນ, ໃນບົດກ່າວຄຳປາໄສໃນວັນດຽວກັນ, ທ່ານ Zelensky ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ: ຄະນະຜູ້ແທນຂອງ ກີແອັບ ແລະ ມົດສະກູ ຈະສືບຕໍ່ພົບປະກັນຢູ່ UAE ໃນທ້າຍອາທິດນີ້ເພື່ອເຈລະຈາກ່ຽວກັບຂໍ້ຕົກລົງສັນຕິພາບ.