(VOVWORLD) - ທ່ານນາຍົກລັດຖະມົນຕີຖືວ່າ ອາດຈະສົ່ງຜົນສະທ້ອນຕໍ່ການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິຂອງ ຫວຽດນາມ, ໂດຍສະເພາະແມ່ນໄພເງິນເຟີ້ ແລະ ການເຕີບໂຕ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: VGP)
|
ຕອນບ່າຍວັນທີ 04 ມີນາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຂອງຜູ້ປະຈຳການລັດຖະບານກັບບັນດາກະຊວງ, ຂະແໜງການ, ອົງການ ກ່ຽວກັບການຕີລາຄາສະພາບການ ແລະ ບັນດາແຜນການ, ມາດຕະການຮັບມືກັບການຜັນແປໃໝ່ໃນໂລກໃນໄລຍະຜ່ານມາ ທີ່ອາດຈະສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງ ຫວຽດນາມ, ພິເສດແມ່ນການປະທະກັນທີ່ພວມສັບສົນຢູ່ ຕາເວັນອອກກາງ ແລະ ບັນດາເຂດອື່ນ.
ໂດຍໄຈ້ແຍກ ແລະ ຄາດຄະເນສະພາບການໂລກໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຖືວ່າ ອາດຈະສົ່ງຜົນສະທ້ອນຕໍ່ການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິຂອງ ຫວຽດນາມ, ໂດຍສະເພາະແມ່ນໄພເງິນເຟີ້ ແລະ ການເຕີບໂຕ; ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, logistics (ຍ້ອນລາຄາເພີ່ມຂຶ້ນສູງ), ບັນດາລະບົບສະໜອງຖືກຂາດວັກຂາດຕອນ, ກ່ຽວກັບພົນລະເມືອງ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຄວາມໝັ້ນຄົງ - ການປ້ອງກັນຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການຕ່າງປະເທດ. ເພື່ອຮັບມືຢ່າງທັນການ, ມີປະສິດທີຜົນຕໍ່ສະພາບການ, ຮັບປະກັນບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ, ໃນນັ້ນມີການເຕີບໂຕເສດຖະກິດ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຫຼັກການ ແລະ ທັດສະນະຈຳນວນໜຶ່ງ, ຄື: ຕ້ອງທຸ່ນທ່ຽງ, ມີສະຕິຢືດໝັ້ນຕໍ່ບັນດາຫຼັກການໃຫຍ່, ບໍ່ປະໝາດ, ລະເລີຍ; ຕິດພັນກັບສະພາບການຢ່າງໃກ້ຊິດເພື່ອແກ້ໄຂຢ່າງມີໄຫວພິບ, ທັນການ, ມີປະສິດທິຜົນ, ເປັນເຈົ້າການຮັບມື.
ສຳລັບມາດຕະການແກ້ໄຂດ້ານຄວາມປອດໄພຂອງຄົນ, ທ່ານນາຍົກລັດຖະມົນຕີຊີ້ນຳໃຫ້ບັນດາກະຊວງ, ຂະແໜງການຄິດໄລ່ທິດທາງຍົກຍ້າຍພົນລະເມືອງ ຫວຽດນາມ ໃຫ້ອອກຈາກເຂດທີ່ມີຄວາມສ່ຽງ.