(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຮຽກຮ້ອງໃຫ້ທ້ອງຖິ່ນກະກຽມແຕ່ລະຂອດຢ່າງລະອຽດລະອໍ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.
(ທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມເຮັດວຽກຢູ່ຕາແສງ ເຍິນອາຍ) |
ຕອນບ່າຍວັນທີ 04 ມີນາ, ຄະນະຕິດຕາມກວດກາຂອງອະນຸກຳມະການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ, ສະພາເລືອກຕັ້ງແຫ່ງຊາດ, ໂດຍທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຮັດວຽກຢູ່ຕາແສງ ເຍິນອາຍ, ນະຄອນ ເກິນເທີ ກ່ຽວກັບວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.
ກ່າວຄຳເຫັນທີ່ການຕິດຕາມກວດກາວຽກງານເລືອກຕັ້ງ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຮຽກຮ້ອງໃຫ້ທ້ອງຖິ່ນກະກຽມແຕ່ລະຂອດຢ່າງລະອຽດລະອໍ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ. ຈຸດສຸມແມ່ນເພີ່ມທະວີການບຳລຸງສ້າງ, ແນະນຳດ້ານວິຊາການໃຫ້ແກ່ບັນດາຫົວໜ່ວຍເລືອກຕັ້ງ, ໜ່ວຍເລືອກຕັ້ງ, ຮັບປະກັນຖືກຕາມຫຼັກການ, ຂັ້ນຕອນ, ລະບຽບການ; ຕິດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງຢ່າງຄົບຖ້ວນ, ຈະແຈ້ງ; ຈັດແບ່ງກຳລັງ, ແນະນຳຢູ່ບັນດາເຂດປ່ອນບັດ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນຕະຫຼອດໄລຍະດຳເນີນການປ່ອນບັດ, ຮັບປະກັນໃຫ້ການປ່ອນບັດມີຄວາມປອດໄພ, ປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ.