![ປ່ຽນໃຫມ່ກົນໄກການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_12_27/doi moi co che hoat dong cua cac don vi cong lap (small) (custom).jpg)
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງລັດ
|
(vovworld)- ຕອນບ່າຍວັນທີ 26/12 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງລັດກ່ຽວກັບການປ່ຽນໃຫມ່ກົນໄກການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ສະເຫນີ: ພ້ອມກັບການບູລະນະຄະນະຊີ້ນຳແຫ່ງລັດກ່ຽວກັບການປ່ຽນໃຫມ່ກົນໄກການເຄື່ອນໄຫວບັນດາຫົວຫນ່ວຍວິຊາການໂດຍໄວ ເພື່ອເປັນເອກະພາບວຽງານຊີ້ນຳຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຄວນປະຕິບັດຢ່າງຂ້ຽວຂາດ, ສ້າງສຳເລັດໂດຍໄວເພື່ອຍື່ນສະເຫນີຕໍ່ລັດຖະບານປະກາດໃຊ້ບັນດາເອກະສານນິຕິກຳກ່ຽວຂ້ອງ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ສະເຫນີ ຄະນະຊີ້ນຳສ້າງວິວັດການຄິດໄລ່ຄ່າບໍລິການຊື່ງຫົວຫນ່ວຍວິຊາການທີ່ນຳໃຊ້ງົບປະມານແຫ່ງລັດ. ພ້ອມກັນນັ້ນ ປະຕິບັດນະໂຍບາຍໃຫ້ແກ່ຜູ້ທຸກຍາກທີ່ໄດ້ຊົມໃຊ້ບັນດາບໍລິການເປັນຢ່າງດີ.