ຜູ້ບັນຊາການກອງທັບເຮືອນິວຊີແລນ ຢ້ຽມຢາມກອງທັບເຮືອຫວຽດນາມ

ຜູ້ບັນຊາການກອງທັບເຮືອນິວຊີແລນ ຢ້ຽມຢາມກອງທັບເຮືອຫວຽດນາມ - ảnh 1
(ພາບ: google.com.vn)

(vovworld) - ນັບ​ແຕ່​ວັນ​ທີ 20-23/9, ​ພົນ​ເຮືອຕີ Tony parr , ຜູ້​ບັນຊາ​ການ​ກອງທັບ​ເຮືອ​ນິວຊີ​ແລ​ນ ນຳ​ໜ້າ​ຄະນະ​ຜູ້​ແທນ​ກອງທັບ​ເຮືອ​ປະ​ເທດ​ນີ້​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບກອງທັບ​ເຮືອ​ຫວຽດນາມ. ທີ່​ການ​ເຈລະຈາ, ພົນ​ເຮືອ​ເອກ Nguyen Van Hien ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ກອງທັບ​ເຮືອ​ຫວຽດນາມ​ໄດ້​ແລກປ່ຽນ​ຄວາມ​ເຫັນກັບ​ພົນ​ເຮືອຕີ Tony parr,  ຜູ້​ບັນຊາ​ການ​ກອງທັບ​ເຮືອ​ນິວຊີ​ແລ​ນ ບາງ​ເນື້ອ​ໃນ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ປຶກສາ​ຫາລື​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ກອງທັບ​ເຮືອ​ສອງ​ປະ​ເທດ. ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ສາຍ​ພົວພັນ​ຮ່ວມ​ມືລະຫວ່າງ​​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ - ນິວຊີ​ແລນ ທີ່​ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ. ​ໃນ​ຊຸມ​ປີຜ່ານມາ, ກອງທັບ​ເຮືອ​ສອງ​ປະ​ເທດ​ໄດ້​ມີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ຂະ​ແໜງ​ກອງທັບ​ເຮືອ.

ຂ່າວ/ບົດ​ອື່ນ