ທ່ານພົນໂທ ໂດ໋ບາຕິ ຕ້ອນຮັບທ່ານພົນເຮືອໂທ Mathieu Borsboon
(ພາບ:qdnd.vn)
( vovworld ) – ຕອນບ່າຍວັນທີ 5/3, ທ່ານພົນໂທ ໂດ໋ບາຕິ, ຫົວໜ້າເສນາທິການໃຫ່ຍ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເຮືອໂທ Mathieu Borsboon ຜູ້ບັນຊາການກອງທັບເຮືອໂຮນລັງ ຊື່ງໄດ້ນຳໜ້າຄະນະຜູ້ແທນກອງບັນຊາການກອງທັບເຮືອໂຮນລັງ ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 3-5/3. ທ່ານພົນໂທ ໂດ໋ບາຕິ ເນັ້ນໜັກວ່າ, ນັບແຕ່ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເມື່ອເດືອນ 9/2011, ການເຄື່ອນໄຫວສົມທົບກັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດໄດ້ມີບາດກ້າວພັດທະນາ. ທ່ານພົນໂທ ໂດ໋ບາຕິ ປາດຖະໜາວ່າ ທະຫານເຮືອສອງປະເທດຈະສືບຕໍ່ປະຕິບັດຄວາມຕັດສິນໃຈທີ່ລະບຸໄວ້ໃນບົດບັນທຶກ, ພິເສດແມ່ນໃນການຮ່ວມມືບຳລຸງສ້າງພະນັກງານ, ຕໍ່ກຳປັ່ນ. ທ່ານພົນໂທ ໂດ໋ບາຕິ ໄດ້ຝາກຄຳເຊື້ອເຊີນທ່ານຫົວຫນ້າກອງບັນຊາການກອງທັບໂຮນລັງ ມາຢ້ຽມຢາມຫວຽດນາມໃນໄລຍະທີ່ຈະມາເຖິງ.