ຜູ້ມີສິດເລືອກຕັ້ງເຂດ ແບກລອງວີ ໄປເລືອກຕັ້ງກ່ອນເວລາກຳນົດຢ່າງກະຕືລືລົ້ນ
(VOVWORLD) - ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ
ຜູ້ມີສິດເລືອກຕັ້ງເຂດພິເສດ ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ກ່ອນ1 ວັນເມື່ອທຽບໃສ່ເວລາກຳນົດວັນເລືອກຕັ້ງທົ່ວປະເທດ
(ພາບ: VOV)
|
ວັນທີ 14 ມີນາ, ຜູ້ມີສິດເລືອກຕັ້ງເຊດພິເສດ ແບກລອງວີ (ນະຄອນຫ໋າຍຝ່ອງ) ໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031, ກ່ອນເວນລາກຳນົດ 1 ວັນເມື່ອທຽບກັບວັນເລືອກຕັ້ງທົ່ວປະເທດ. ຜູ້ມີສິດເລືອກຕັ້ງເຂດພິເສດແບກລອງວີ ມີຄວາມກະຕືລືລົ້ນໄປຍັງບັນດາສະຖານທີ່ເລືອກຕັ້ງ, ປະຕິບັດສິດ ແລະ ຄວາມຮັບຜິດຊອບພົນລະເມືອງຂອງຕົນ.
ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ. ທ່ານ ຫງວຽນວັນເຮົ້າ, ຮອງປະທານຄະນະກຳມະການປະຊາຊົນເຂດພິເສດ ແບກລອງວີ ໃຫ້ຮູ້ວ່າ:
ພະນັກງານນັກຮົບ ແລະ ພໍ່ແມ່ປະຊາຊົນໃນເຂດພິເສດແບກລອງວີ ມີຄວາມກະຕືລືລົ້ນ ທີ່ໄດ້ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ນັບແຕ່ປະຊາຊົນພວມທຳມາຫາກິນຢູ່ທະເລ, ພໍ່ແມ່ປະຊາຊົນໃນຝັ່ງ ຕະຫຼອດຮອດບັນດາພະນັກງານນັກຮົບ ກຳລັງປະກອບອາວຸດໃນເກາະ ໄດ້ເຂົ້າຮ່ວມການເລືອກຕັ້ງຢ່າງຄົບຖ້ວນ.