ຝ​ລັ່ງ ແລະ ເຢຍ​ລະ​ມັນ ຈັດ​ສົ່ງ​ກຳ​ລັງ​ໄປ​ຍັງ Greenland

(VOVWORLD) -  ໃນຊຸມອາທິດຈະມາເຖິງ, ກຳລັງປະກອບອາວຸດປະເທດນີ້ພ້ອມກັບບັນດາປະເທດສຳພັນທະມິດຢູ່ຂົ້ວໂລກເໜືອ ແລະ ເອີລົບ, ຈະພິຈາລະນາວິທີການເພີ່ມທະວີການມີໜ້າ ແລະ ການເຄື່ອນໄຫວຊ້ອມຮົບຢູ່ຂົ້ວໂລກເໜືອໃນຕົວຈິງ.

ວັນທີ 15 ມັງກອນ, ບັນດານັກຮົບມາຈາກ ຝລັ່ງ ແລະ ເຢຍລະມັນໄດ້ຈັດສົ່ງໄປຍັງ Greenland ຕາມການສະເໜີຂອງແດນມາກເພື່ອແນໃສ່ຫຼຸດຜ່ອນຄວາມວິຕົກກັງວົນຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບຄວາມໝັ້ນຄົງຂອງເກາະທີ່ມີທີ່ຕັ້ງຍຸດທະສາດນີ້.

ກະຊວງປ້ອງກັນປະເທດແດນມາກ ໃຫ້ຮູ້ວ່າ: ໃນຊຸມອາທິດຈະມາເຖິງ, ກຳລັງປະກອບອາວຸດປະເທດນີ້ພ້ອມກັບບັນດາປະເທດສຳພັນທະມິດຢູ່ຂົ້ວໂລກເໜືອ ແລະ ເອີລົບ, ຈະພິຈາລະນາວິທີການເພີ່ມທະວີການມີໜ້າ ແລະ ການເຄື່ອນໄຫວຊ້ອມຮົບຢູ່ຂົ້ວໂລກເໜືອໃນຕົວຈິງ.

ມາຮອດປັດຈຸບັນ, ຂອບຂະໜາດຂອງແຜນການເພີ່ມທະວີການທະຫານຍັງບໍ່ທັນໄດ້ປະກາດ, ແຕ່ບັນດາບັ້ນຜັນຂະຫຍາຍເບື້ອງຕົ້ນໄດ້ປະຕິບັດຂະໜາດນ້ອຍ. ກະຊວງປ້ອງກັນປະເທດ ເຢຍລະມັນໃຫ້ຮູ້ວ່າ ໄດ້ຜັນຂະຫຍາຍກົມກອງສອດແນມລວມມີ 13 ຄົນໄປຍັງ Nuuk ໃນຕອນເຊົ້າວັນທີ 15 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ