ຝະລັ່ງກຳນົດຊື່ແລະນາມສະກຸນຕົວການລອກຈັບຕົວໂຕປະກັນຢູ່ໂບດ
(ພາບປະກອບ)
(vovworld) - ວັນທີ 26/07 ທ່ານ Francois Molins ຫົວໜ້າໄອຍະການ ປາຣີ ໃຫ້ຮູ້ວ່າ: ໜຶ່ງໃນສອງຕົວການທີ່ບຸກໂຈມຕີເຂົ້າໂບດຢູ່ເທດສະບານເມືອງ Saint–Etienne–du-Rouvray ໃກ້ກັບນະຄອນ Rouen, ເຂດ Normandy ທາງພາກເໜືອປະເທດ ຝະລັ່ງ ແມ່ນ Adel Kermiche ອາຍຸ 19 ປີ. Kermiche ເຄີຍຖືກຈັບຕົວ 2 ຄັ້ງ ເມື່ອພວມໄປ ຊີຣີ. ແລະໃນວັນດຽວກັນ, ກ່າວຄຳເຫັນໃນໂທລະພາບ, ທ່ານປະທານາທິບໍດີ ຝະລັ່ງ Francois Hollande ຖືວ່າ: ປະຈຸບັນໄພນາບຂູ່ຈາກພວກກະບົດອິດສະລາມສຳລັບ ຝະລັ່ງ ແລະ ເອີລົບ ພວມຮ້າຍແຮງຍິ່ງກ່ວາເວລາໃດໝົດ, ພ້ອມທັງກ່າວເຕືອນວ່າ ການຕໍ່ສູ້ຕ້ານພວກກະບົດອິດສະລາມພາຍໃນປະເທດ ແລະ ຕ່າງປະເທດຈະຍັງແກ່ຍາວຢູ່.