(vovworld) - ຕອນຄໍ່າວັນທີ 12/12, ຢູ່ບ້ານດົງ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ພ້ອມກັນຈັດຕັ້ງພິທີມອບລາງວັນການເສັງ “ຊອກຮູ້ປະຫວັດສາດສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ”. ເຂົ້າຮ່ວມພິທີມີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸ໋ກ ແລະ ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ພ້ອມກັບການນຳສອງປະເທດ, ປະຊາຊົນແຂວງ ສະຫວັນນະເຂດ ແລະ ແຂວງ ກວາງຈີ້ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ກ່າວຄຳເຫັນທີ່ພິທີ, ຜູ້ຕາງໜ້າບັນດາຜູ້ເຂົ້າຮ່ວມການເສັງທີ່ໄດ້ຮັບລາງວັນຂອງລາວ ແລະ ຫວຽດນາມ ລ້ວນແຕ່ສະແດງນ້ຳໃຈ ແລະ ຄວາມສຸດຈິດສຸດໃຈຂອງຕົນຕໍ່ການເສັງນີ້. ນ້ອງ ຕະມາພົງ ຄຳມະພົງ, ຜູ້ທີ່ຍາດໄດ້ລ້າງວັນທີ່ໜຶ່ງໃນການເສັງປາກເປົ່າຢູ່ລາວ ເວົ້າວ່າ.
“ເຂົ້າຮ່ວມການເສັງຄັ້ງນີ້ ຫຼານໄດ້ຄົ້ນຄວ້າ, ຊອກຮູ້ຜ່ານປື້ນ, ໜັງສືພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ຜ່ານຟິມຮູບເງົາເອກະສານ ແລະ ຜ່ານການເລົ່າເລື່ອງຂອງປູຢ່າຕາຍາຍ, ຄູອາຈານ… ທີ່ເວົ້າກ່ຽວກັບສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ. ບັນຍາກາດຂອງການເສັງຢູ່ບັນດາໂຮງຮຽນຂອງລາວ ແມ່ນຟົດຟື້ນທີ່ສຸດ. ເຂົ້າຮ່ວມການເສັງຄັ້ງນີ້, ພວກຫຼານເຂົ້າໃຈຢ່າງເລີກເຊິ່ງ, ຖືກຕ້ອງກວ່າກ່ຽວກັບສາຍພົວພັນແບບພິເສດ, ທີ່ສັດຊື່, ບໍ່ລິສຸດຜຸດຜ່ອງລະຫວ່າງສອງຊາດລາວ -ຫວຽດນາມ ແລະ ຫວຽດນາມ - ລາວ.”
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວງຟຸ໋ກ ແລະ ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ພ້ອມກັບການນຳຂອງຄະນະໂຄສະນາສອງປະເທດ ໄດ້ມອບລາງວັນໂດຍກົງໃຫ້ຜູ້ເຂົ້າຮ່ວມການເສັງຂອງ 2 ປະເທດເຊິ່ງລວມມີ: ລ້າງວັນທີ 1, 2 ລ້າງວັນ; ລ້າງວັນທີ 2, 5 ລ້າງວັນ, ລ້າງວັນທີ 3, 13 ລ້າງວັນ.