ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນດຶກດາມ ກ່າວຄຳເຫັນທີ່ພິທີ |
(vovworld)- ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສະຫະພັນບັນດານັກຂ່າວອາຊຽນ ໂດຍຫວຽດນາມເປັນເຈົ້າພາບຈັດຂຶ້ນໃນຕອນເຊົ້າວັນທີ 27/11 ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນດຶກດາມ ໄດ້ຊີ້ແຈ້ງວ່າ : ປີ 2015 ແມ່ນປີສະເຫຼີມສະຫຼອງ 20 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ, ຊຶ່ງເປັນຂີດໝາຍສຳຄັນເພື່ອໃຫ້ອາຊຽນກ້າວໄປເຖິງເປັນຊາຍຄາລວມຂອງທຸກໆປະຊາຊາດໃນອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມຍາມໃດກໍກຳນົດບົດບາດເປັນສະມາຊິກທີ່ຕັ້ງໜ້າ ມີຄວາມຮັບຜິດຊອບໃນທຸກໆການເຄື່ອນໄຫວຂອງ ອາຊຽນ, ເປັນຕົ້ນແມ່ນການປະຕິບັດບັນດາມາດຕະການກໍ່ສ້າງປະຊາຄົມເສດຖະກິດ ອາຊຽນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນດຶກດາມ ກ່າວວ່າ
“ ໃນສະພາບທີ່ພາກພື້ນ ແລະ ສາກົນຍັງມີການຜັນແປຢ່າງສັບສົນ, ຊຶ່ງໄດ້ເປັນສິ່ງທ້າທາຍຕໍ່ສັນຕິພາບ ແລະ ການພັດທະນາ, ເປັນຕົ້ນແມ່ນການຮັບປະກັນຄວາມໝັ້ນຄົງ, ປອດໄພ, ເສລີພາບໃນການເດີນທະເລ. ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ສ້າງສະພາບແວດລ້ອມໃຫ້ແກ່ການພັດທະນານັ້ນ, ແມ່ນຕ້ອງມີບົດບາດ, ຄວາມຮັບຜິດຊອບຂອງ ສະຫະພັນບັນດານັກຂ່າວອາຊຽນ, ສື່ມວນຊົນຂອງບັນດາປະເທດ ອາຊຽນໃນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງບັນດາປະຊາຊາດ, ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ, ກໍຄືເຊີດຊູຍຸດຕິທຳໃນການແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ຕາມກົດໝາຍສາກົນ ”
ແລະ ກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະມັດຊາ ສະຫະພັນບັນດານັກຂ່າວອາຊຽນ ຄັ້ງທີ 18. ທີ່ກອງປະຊຸມສະມັດຊາ ສະຫະພັນບັນດານັກຂ່າວອາຊຽນ ຄັ້ງນີ້, ທ່ານປະທານສະຫະພັນບັນດານັກຂ່າວອາຊຽນ Antipodra ໄດ້ປະກາດ ແລະ ມອບຕຳແໜ່ງປະທານ ສະຫະພັນບັນດານັກຂ່າວອາຊຽນອາຍຸການ 2015-2017 ໃຫ້ແກ່ທ່ານຖ້ວນຮິ້ວ ປະທານ ສະມາຄົມນັກຂ່າວຫວຽດນາມ, ບັນນາທິການໃຫຍ່ໜັງສືພິມ ເຍີນເຢີນ ສຽງຂອງສູນກາງພັກກອມມູນິດຫວຽດນາມ.