(VOVWORLD) - ເຂົ້າຮ່ວມພິທີອັດມີ ຜູ້ແທນ 1586 ສະຫາຍ, ບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ຫວຽດນາມ ວິລະຊົນ, ຜູ້ຕາງໜ້າຜູ້ຊົງຄຸນວຸດທິ, ປັນຊາຊົນ, ເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າຄະນະທຸຕານຸທູດ, ອົງການຈັດຕັ້ງສາກົນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ອັດລົງຢ່າງສົມກຽດຢູ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງຮ່າໂນ້ຍ (ພາບ: TTXVN)
|
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ອັດລົງຢ່າງສົມກຽດ ໃນຕອນບ່າຍວັນທີ 23 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດທີ່ນະຄອນຫຼວງຮ່າໂນ້ຍ, ພາຍຫຼັງການເຮັດວຽກມາເປັນເວລາ 5 ວັນ (19 – 23 ມັງກອນ).
ເຂົ້າຮ່ວມພິທີອັດມີ ຜູ້ແທນ 1586 ສະຫາຍ, ບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ຫວຽດນາມ ວິລະຊົນ, ຜູ້ຕາງໜ້າຜູ້ຊົງຄຸນວຸດທິ, ປັນຊາຊົນ, ເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າຄະນະທູຕານຸທູດ, ອົງການຈັດຕັ້ງສາກົນ.
ຕາງໜ້າຄະນະປະທານກອງປະຊຸມໃຫຍ່ ລາຍງານໝາກຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານສູນກາງພັກສະໄໝທີ XIV, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ປະກາດ ຄະນະບໍລິຫານງານສູນກາງພັກໄດ້ເລືອກຕັ້ງກຳມະການກົມການເມືອງສະໄໝທີ XIV 19 ທ່ານ ດ້ວຍຈຳນວນບັດເລືອກຕັ້ງໄວ້ວາງໃຈຢູ່ລະດັບສູງ.
ດ້ວຍບັດເລືອກຕັ້ງ 100%, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ເລືອກຕັ້ງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກສະໄໝທີ XIII ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກສະໄໝທີ XIV.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕາງໜ້າຄະນະປະທານລາຍງານໝາກຜົນການເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຄະນະກວດກາສູນກາງ, ປະທານຄະນະກວດກາສູນກາງສະໄໝທີ XIV (ພາບ: TTXVN)
|
ເມື່ອກ່າວຄຳເຫັນພາຍຫຼັງທີ່ກຳມະການຄະນະບໍລິຫານງານສູນກາງພັກສະໄໝທີ XIV ຈຳນວນ 200 ສະຫາຍ ສະເໜີຕົວຕໍ່ກອງປະຊຸມໃຫຍ່, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV, ຢັ້ງຢືນວ່າ ນີ້ແມ່ນຄວາມເປັນກຽດ ແລະ ຄວາມຮັບຜິດຊອບທີ່ຍິ່ງໃຫຍ່. ທ່ານກ່າວວ່າ:
“ຕໍ່ໜ້າພັກ, ຕໍ່ໜ້າປະຊາຊົນ, ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດ, ສຸມຈິດສຸດໃຈ, ສຸມກຳລັງແຮງຮັບໃຊ້ພາລະກິດອັນສູງສົ່ງຂອງພັກ, ຂອງການປະຕິວັດ, ຂອງປະຊາຊົນ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຂໍສາບານຕົວຈົງຮັກພັກດີຕໍ່ເປົ້າໝາຍອຸດົມການຂອງພັກ, ຖືຜົນປະໂຫຍດແຫ່ງຊາດ, ຂອງຊາດເໜືອກວ່າສິ່ງໃດໝົດ, ປົກປັກຮັກສາເອກະລາດ, ເປັນເຈົ້າຕົນເອງ, ເດັດດ່ຽວປົກປັກຮັກສາປະເທດຊາດ, ປົກປ້ອງປະຊາຊົນ. ຄະນະບໍລິຫານງານສູນກາງພັກສະໄໝທີ XIV ສືບຕໍ່ກໍ່ສ້າງ, ປັບປຸງພັກປອດໃສ, ໝັ້ນຄົງເຂັ້ມແຂງ, ຮັກສາຄວາມສາມັກຄີ, ເປັນເອກະພາບພາຍໃນພັກ, ເພີ່ມທະວີຄວາມເປັນລະບຽບວິໄນຂອງພັກ, ຂອງປະເທດຊາດ, ສ້າງກົນໄກຄວບຄຸມສິດອຳນາດໃຫ້ສົມບູນແບບ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຟຸມເຟືອຍ, ປະກົດການຫຍໍ້ທໍ້, ປະຕິບັດວຽກງານພະນັກງານໃຫ້ເປັນຢ່າງດີ.”
ທ່ານເລຂາທິການໃຫຍ່ ໂຕເລິມ ຕາງໜ້າຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ກ່າວຄຳເຫັນ
(ພາບ: TTXVN)
|
ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ເສັ້ນທາງໃນຂ້າງໜ້າ ມີຫຼາຍວຽກທີ່ໃຫຍ່, ຮຽກຮ້ອງຕ້ອງມີຄວາມຕັດສິນໃຈສູງ, ການປະຕິບັດລະບຽບວິໄນຢ່າງເຂັ້ມງວດ ແລະ ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ. ທ່ານກ່າວຕື່ມອີກວ່າ:
“ຕໍ່ໜ້າພັກ, ຕໍ່ໜ້າປະຊາຊົນ, ພວກຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາຈະສາມັກຄີກັນເປັນຈິດໜຶ່ງໃຈດຽວເຮັດວຽກຢ່າງຈິງຈັງ, ກະທຳຢ່າງຂ້ຽວຂາດ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສົມກັບຄວາມເຊື່ອໝັ້ນຂອງພັກ, ຂອງປະຊາຊົນ, ຂອງບັນດາຜູ້ແທນກອງປະຊຸມໃຫຍ່, ຕັດສິນໃຈນຳພາປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ຢ່າງມີໄຊ, ນຳປະເທດພັດທະນາຢ່າງຈະເລີນຮຸ່ງເຮືອງ, ວັດທະນາຖາວອນໃນສັກກະລາດໃໝ່”.
ກໍໃນວາລະອັດກອງປະຊຸມ, ບັນດາຜູ້ແທນໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ. ຫຼັງຈາກນັ້ນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ມີບົດກ່າວປາໄສອັດກອງປະຊຸມໃຫຍ່, ໂດຍຢັ້ງຢືນວ່າ ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ຄະນະບໍລິຫານງານສູນກາງພັກສະໄໝທີ XIV ເປີດຕົວຢູ່ກອງປະຊຸມໃຫຍ່ (ພາບ: TTXVN)
|
ພາຍຫຼັງວາລະອັດກອງປະຊຸມ ໄດ້ດຳເນີນການຖະແຫຼງຂ່າວສາກົນ ເພື່ອແຈ້ງໃຫ້ຊາບໝາກຜົນຂອງກອງປະຊຸມໃຫຍ່ສະໄໝທີ XIV ຂອງພັກ.
ຕອນຄ່ຳຂອງວັນດຽວກັນ ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ ທີ່ນະຄອນຫຼວງ ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະພິເສດ “ພາຍໃຕ້ຄັນທຸງອັນສະຫງ່າຂອງພັກ”, ເພື່ອຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່.
ລາຍການສະແດງສິລະປະດັ່ງກ່າວສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບທີ່ມີຕໍ່ການນຳພາຂອງພັກກອມມູນິດ ຫວຽດນາມ, ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ສະໄໝທີ XIV ປະສົບຜົນສຳເລັດຢ່າງມີໄຊ.