ພິ​ທີ​ອັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ Davos: ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ຕໍ່​ບັນ​ດາ​ການ​ປ່ຽນ​ແປງ​ທົ່ວ​ໂລກ

(VOVWORLD) -    ວັນທີ 23 ມັງກອນ, ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ປີ 2026, ໄດ້ອັດລົງຢູ່ Davos, ສະວິດ, ດ້ວຍສານລຸລ່ວງທີ່ວ່າ: ໃນສະພາບການໂລກມີການປ່ຽນແປງຢ່າງໄວວາ ແລະ ຂາດສະຖຽນລະພາບ, ການເຈລະຈາ ແລະ ການຮ່ວມມືສາກົນ ຕ້ອງໄດ້ຮັບການຊຸກຍູ້ຢ່າງແຮງກວ່າເວລາໃດໝົດ.
ພິ​ທີ​ອັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ Davos: ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ຕໍ່​ບັນ​ດາ​ການ​ປ່ຽນ​ແປງ​ທົ່ວ​ໂລກ - ảnh 1 ທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ກ່າວຄຳເຫັນທີ່ເວທີປາໄສ ໃນວັນທີ 23/01/2026 (ພາບ: REUTERS/Denis Balibouse)

ເມື່ອກ່າວຄຳເຫັນທີ່ວາລະປຶກສາຫາລືສຸດທ້າຍ, ທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO), ໃຫ້ຮູ້ວ່າ ການຄ້າທົ່ວໂລກພວມປະເຊີນໜ້າກັບສິ່ງທ້າທາຍຮ້າຍແຮງທີ່ສຸດໃນຮອບເວລາ 80 ປີ ຜ່ານມາ, ໃນຂະນະທີ່ບັນດາຫຼັກການການຄ້າສາກົນອ່ອນແອລົງ. ທ່ານນາງ ເນັ້ນໜັກວ່າ ໂລກຈະບໍ່ສາມາດກັບຄືນສູ່ສະພາວະເກົ່າ, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີຄວາມສາມາດຕ້ານທານຂອງທັງພາກລັດ ແລະ ເອກະຊົນ ຕໍ່ບັນດາຄວາມຂາດສະຖຽນລະພາບໃນອະນາຄົດ.

ພິ​ທີ​ອັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ Davos: ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ຕໍ່​ບັນ​ດາ​ການ​ປ່ຽນ​ແປງ​ທົ່ວ​ໂລກ - ảnh 2ທ່ານນາງ Christine Lagarde ປະທານທະນາຄານສູນກາງເອີຣົບ (ພາບ: REUTERS/Denis Balibouse)

ໃນຂະນະນັ້ນ, ທ່ານນາງ Christine Lagarde ປະທານທະນາຄານສູນກາງເອີຣົບ (ECB) ກ່າວເຕືອນກ່ຽວກັບສະພາບຄວາມຂາດສະເໝີພາບເພີ່ມຂຶ້ນ ແລະ ຖືວ່າ ການແບ່ງແຍກໃນການແຈກຢາຍຊັບສິ່ງຂອງ, ຖ້າບໍ່ໄດ້ຮັບການຄວບຄຸມ, ນີ້ຈະແມ່ນສາເຫດຂອງບັນດາຄວາມຂາດສະຖຽນລະພາບທີ່ຮ້າຍແຮງ. ພ້ອມດຽວກັນນັ້ນ ທ່ານກໍຮຽກຮ້ອງໃຫ້ຟື້ນຟູຄວາມເຊື່ອໝັ້ນຜ່ານການເຈລະຈາຢ່າງເປີດອົກເປີດໃຈລະຫວ່າງບັນດາຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ