ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດ

(VOVWORLD) - ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງຜູ້ແທນ 1.586 ທ່ານ, ຕາງໜ້າໃຫ້ແກ່ສະມາຊິກພັກກວ່າ 5,6 ລ້ານຄົນຂອງພັກກອມມູນິດ ຫວຽດນາມ. ກອງປະຊຸມກໍໄດ້ມີການເຂົ້າຮ່ວມຂອງບັນດາອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກສິລະປະກອນ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ຜູ້ຕາງໜ້າຄົນລຸ້ນໜຸ່ມ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ. 

ທິດນຳຂອງກອງປະຊຸມໃຫຍ່ແມ່ນ “ສາມັກຄີ - ປະຊາທິປະໄຕ - ມີລະບຽບວິໄນ - ບຸກທະລຸ - ພັດທະນາ”. ກອງປະຊຸມໃຫຍ່ມີຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຮອດປີ 2030 ຢ່າງມີໄຊ, ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄວ້ວາງໃຈ, ກ້າວເຂົ້າສັງກາດບຸກບືນຂອງຊາດຢ່າງແຮງ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.

ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດ - ảnh 1ບັນຍາກາດຂອງພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ເປີດສາກພິທີໄຂແມ່ນພິທີເຄົາລົບທຸງ ແລະ ຮ້ອງເພງຊາດ. ຫຼັງຈາກນັ້ນ, ຕາງໜ້າໃຫ້ຄະນະປະທານ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ອ່ານສູນທອນພົດໄຂກອງປະຊຸມໃຫຍ່. ທ່ານປະທານປະເທດຢັ້ງຢືນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແມ່ນບາດລ້ຽວທີ່ມີລັກສະນະປະຫວັດສາດ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 100 ປີ (03/02/1930 – 03/02/2030). ກອງປະຊຸມໃຫຍ່ໄດ້ສຸມເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ, ຄວາມຕັດສິນໃຈສູງສຸດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ດ້ວຍຈິດໃຈເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່, ເພື່ອປະເທດ ຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.

ກອງປະຊຸມໃຫຍ່ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບທີ່ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສຳເລັດເປົ້າໝາຍໜ້າທີ່ໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກຢ່າງມີໄຊ, ໂດຍສະເພາະແມ່ນໜ້າທີ່ບຸກທະລຸມີລັກສະນະປະຕິວັດ.

ຕາມທ່ານ ເລືອງເກື່ອງ ປະທານປະເທດ ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ຄາດຄະເນໄດ້ຍາກ, ເມື່ອການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ເພີ່ມຂຶ້ນ. ການປະຕິວັດອຸດສາຫະກຳຄັ້ງທີ 4, ພິເສດແມ່ນ ການລະເບີດຂອງປັນຍາປະດິດ, ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີ ກວນເຕີມ (Quantum technology) ແລະ ບັນດາເຕັກໂນໂລຢີໃໝ່ທີ່ພາໃຫ້ຊີວິດເສດຖະກິດສັງຄົມທຸກດ້ານປ່ຽນແປງຢ່າງເລິກເຊິ່ງ. ສິ່ງດັ່ງກ່າວໄດ້ວາງອອກຄຳຮຽກຮ້ອງອັນຮີບດ່ວນກ່ຽວກັບການສ້າງຮູບແບບເຕີບໂຕ, ຮູບແບບພັດທະນາໃໝ່, ຍົກສູງສະມັດຕະພາບແຮງງານ,ຄວາມສາມາດແກ້ງແຍ້ງແຫ່ງຊາດ ແລະ ບັນດາຄຳຮຽກຮ້ອງໃໝ່ໃນການຄຸ້ມຄອງສັງຄົມ, ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.

ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດ - ảnh 2ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ອ່ານສູນທອນພົດໄຂກອງປະຊຸມ (ພາບ: TTXVN)

ພາຍຫຼັງ 40 ປີແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່, ປະເທດ ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່, ຮອບດ້ານ ມີຄວາມໝາຍປະຫວັດສາດ. ເຖິງຢ່າງໃດກໍຕາມ, ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ຫວຽດນາມ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ການເຕີບໂຕຍັງຢູ່ໃນລະດັບຕ່ຳກວ່າກຳລັງບົ່ມຊ້ອນ, ຍັງບໍ່ທັນຍືນຍົງຢ່າງແທ້ຈິງ, ສະມັດຕະພາບແຮງງານບໍ່ສູງ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດຍັງຈຳກັດ. ຊີວິດຂອງປະຊາຊົນພາກສ່ວນໜຶ່ງຍັງປະສົບກັບຄວາມຫຍຸ້ງຍາກ; ການປ່ຽນແປງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດ ແລະ ຄວາມປອດໄພທາງໄຊເບີ ຍັງກະທົບຢ່າງສັບສົນຢູ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າ:

ກອງປະຊຸມໃຫຍ່ຄັ້ງທີ XIV ມີພາລະກຳປະຫວັດສາດອັນໃຫຍ່ຫຼວງທີສຸດ, ບໍ່ພຽງແຕ່ວາງອອກເປົ້າໝາຍ, ກຳນົດທິດໃຫ້ໄລຍະ 2026 2030 ເທົ່ານັ້ນ ຫາກຍັງ ຕັດສິນບັນດາບັນຫາທີ່ມີລັກສະນະຍຸດທະສາດຕໍ່ກັບ ອານາຄົດ ແລະ ຊາຕະກຳຂອງຊາດໃນຫຼາຍທົດສະວັດຈະມາເຖິງອີກດ້ວຍກອງປະຊຸມມີໜ້າທີ່ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຕິດຕັນກັບການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່, ຢັ້ງຢືນບັນດາຜົນງານສຳຄັນ, ຊີ້ອອກຂໍ້ຈຳກັດ, ຈຸດອ່ອນ ແລະ ສາເຫດ, ຈາກນັ້ນຖອດຖອນບົດຮຽນໃຫຍ່ທີ່ມີຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳໃນຍານານ”.

ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

ກອງປະຊຸມໃຫຍ່ຈະປຶກສາຫາລື ແລະ ຮັບຮອງເອົາທິດທາງ, ເປົ້າໝາຍ, ໜ້າທີ່, ຈຸດສຸມບຸກທະລຸຍຸດທະສາດໃຫ້ແກ່ໄລຍະ 2026 2030, ວິໄສທັດຮອດປີ 2045, ໃນນັ້ນ ເນັ້ນໜັກເຖິງບັນດາມາດຕະການທີ່ມີລັກສະນະປະຕິວັດບຸກທະລຸເພື່ອພັດທະນາປະເທດຢ່າງວ່ອງໄວ, ຍືນຍົງ ແລະ ປົກປັກຮັກສາປະເທດຊາດ. ເລື່ອງເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIV ຕ້ອງເລືອກເອົາພະນັກງານຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ພູປັນຍາ, ຈັນຍາບັນ, ຄວາມສາມາດນຳພາຢ່າງແທ້ຈິງ, ສົມເປັນການນຳ ເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນ.”

ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດ - ảnh 3ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ສະໄໝທີ XIII ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: TTXVN)(TTXVN)

ຖັດຈາກນັ້ນ, ເມື່ອອ່ານບົດລາຍງານກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ ດຳເນີນໃນຈຸດເວລາປະຫວັດສາດທີ່ມີຄວາມໝາຍເລິກເຊິ່ງ, ວາງອອກຄວາມຮຽກຮ້ອງ: ຕ້ອງສັງເກດຄວາມຈິງຢ່າງກົງໄປກົງມາ, ຕີລາຄາສະພາບການຢ່າງຖືກຕ້ອງ, ຕັດສິນໃຈປ່ຽນແປງໃໝ່ຈິນຕະນາການ, ປັບປຸງລະບອບລະບຽບການ, ຍົກສູງຄວາມສາມາດບໍລິຫານປະເທດ, ຕ້ອງມີການກະທຳຢ່າງແຂງແຮງ, ຂ້ຽວຂາດ, ບຸກທະລຸກ, ມີປະສິດທິຜົນ ເພື່ອປະເທດຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ມີຄວາມຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.

ຕາມທ່ານເລຂາທິການໃຫຍ່ແລ້ວ, ໃນລະບົບຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່, ຮ່າງບົດລາຍງານການເມືອງ ປະກອບດ້ວຍ 3 ບົດ (ບົດລາຍງານການເມືອງ, ບົດລາຍການເສດຖະກິດ ສັງຄົມ ແລະ ບົດລາຍງານສະຫຼຸບວຽກງານກໍ່ສ້າງພັກ) ສ້າງເປັນບົດລາຍງານດຽວທີ່ເປັນເອກະພາບ, ຮອບດ້ານ, ມີຈຸດສຸມ, ກະທັດລັດ, ເຂົ້າໃຈງ່າຍ, ຈືງ່າຍ, ຜັນຂະຫຍາຍງ່າຍ. ໂຄງການກະທຳ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນ ບຸກທະລຸ ເມື່ອທຽບໃສ່ບັນດາກອງປະຊຸມໃຫຍ່ສະໄໝກ່ອນ, ຊີ້ແຈ້ງ “ອັດຕະພາບ, ຂັ້ນຕອນ, ແຫຼ່ງກຳລັງ, ຈຸດໝາຍ” ເພື່ອຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV. ພິເສດ, ເອກະສານສະບັບນີ້ ໄດ້ວາງອອກຄວາມຮຽກຮ້ອງໃນການກະທຳ: ເວົ້າໄປຄຽງຄູ່ກັບການກະທຳ, ກຳນົດເປົ້າໝາຍ, ໜ້າທີ່, ມາດຕະການຢ່າງຈະແຈ້ງ, ຄວາມຮັບຜິດຊອບຕິດພັນກັບໝາກຜົນ, ບຸກທະລຸຕິດພັນກັບຄວາມຍືນຍົງ, ລະບຽບວິໄນໃນການປະຕິບັດຕິດພັນກັບ ຄວາມເພິ່ງພໍໃຈຂອງປະຊາຊົນ.

ເນັ້ນໜັກວຽກງານສ້າງເອກະສານແມ່ນຈິດໃຈຕັ້ງໜ້າ, ມີວິທະຍາດສາດ, ມີການກະທຳ, ທ່ານເລຂາທິການໃຫຍ່ຍົກອອກ 5 ລັກສະນະຫຼັກ. ທີໜຶ່ງແມ່ນຕ້ອງຈົ່ງຮັກພັກດີຕໍ່ແນວທາງ, ໂຄງການດຳເນີນງານຂອງພັກ, ໝູນໃຊ້ ແລະ ພັດທະນາລັດທິມາກ - ເລນິນ, ແນວຄິດປະທານໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ; ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອະລິຍາທຳນັບພັນປີຂອງຊາດ, ຜົນງານ, ພູມປັນຍາຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບບົນເສັ້ນທາງສ້າງສາ, ພັດທະນາປະເທດ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ.

"ເອກະສານຄັ້ງນີ້ໄດ້ສ້າງຕາມທິດນຳຕິດແທດກັບຕົວຈິງ, ເຄົາລົບກົດເກນພາວະວິໄສ, ເຕົ້າໂຮມພູມປັນຍາລວມໝູ່ ແລະສ່ອງແສງຄວາມປາດຖະໜາ, ຄວາມມຸ່ງຫວັງຂອງປະຊາຊົນຢ່າງຖືກຕ້ອງ. ແຕ່ລະຂໍ້ສັງເກດ, ແຕ່ລະເປົ້າໝາຍ, ແຕ່ລະມາດຕະການລ້ວນແຕ່ໄດ້ຮັບການຄົ້ນຄ້ວາຢ່າງລະອຽດ, ຄັດເລືອກ, ເລີ່ມມາຈາກຕົວຈິງ; ຖືປະສິດທິຜົນ ແລະ ຄວາມສາມາດເປັນໄປໄດ້ ແມ່ນມາດຕະຖານສຳຄັນ. ເອກະສານສະແດງໃຫ້ເຫັນ ການປ່ຽນແປງໃໝ່ ຈິນຕະນາການກ່ຽວກັບການພັດທະນາຢ່າງແຮງ, ກຳນົດວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນໃຈກາງ; ລະບອບລະບຽບການທັນສະໄໝ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແມ່ນພື້ນຖານ, ພັດທະນາສີຂຽວ, ຍືນຍົງ, ມີປະສິດທິຜົນ, ເສດຖະກິດ ໝູນວຽນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນຄວາມຮຽກຮ້ອງຕ້ອງການບັງຄັບ; ປະສິດທິຜົນແຫ່ງການນຳໃຊ້ແຫຼ່ງກຳລັງ ແລະ ສະມັດຕະພາບໃນການອອກແຮງງານແມ່ນບັນທັດວັດແທກຄຸນນະພາບການເຕີບໂຕ."

ຕາມທ່ານເລຂາທິການໃຫຍ່ ໂຕເລິມແລ້ວ, ຫວຽດນາມ ວາງເປົ້າໝາຍພັດທະນາສັງລວມໄລຍະ 2026 – 2030 ແມ່ນ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ; ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ; ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດຢ່າງແຮງ. 

"ສູ້ຊົນໃຫ້ບັນລຸເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍ ໄລຍະ 2026 - 2030 ແຕ່ 10%ຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນຮອດປີ 2030 ບັນລຸປະມານ 8.500 USD/ປີ. ຫວຽດນາມ ຈະກຳນົດຮູບແບບເຕີບໂຕໃໝ່ອີງຕາມເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ບົດບາດຂອງບັນດາເຂດເສດຖະກິດໄດ້ຮັບການເສີມຂະຫຍາຍຢ່າງຄົບຖ້ວນ: ເສດຖະກິດຂອງລັດສວມບົດບາດຫຼັກ ໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່, ທິດທາງຍຸດທະສາດ ແລະ ນຳພາ. ເສດຖະກິດເອກະຊົນແມ່ນກຳລັງໜູນໜຶ່ງທີ່ສຳຄັນທີ່ສຸດຂອງພື້ນຖານເສດຖະກິດ; ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ຮັບປະກັນສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ; ສົ່ງເສີມວິສາຫະກິດ ພາຍໃນປະເທດພັດທະນາຢ່າງແຮງ, ມີຄວາມສາມາດໃນການແກ້ງແຍ້ງກັນສາກົນ; ນຳພູມປັນຍາ ແລະ ເຕັກໂນໂລຢີເຂົ້າໃນການຜະລິດ, ດຳເນີນທຸລະກິດ."

ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ເພື່ອຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ, ບົດລາຍງານການເມືອງກຳນົດ 12 ທິດທາງໃຫຍ່; 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ. ໂຄງການດຳເນີນງານ ໄດ້ຫັນບັນດາໜ້າທີ່ ສາມາດຜັນຂະຫຍາຍປະຕິບັດໃນທັນທີເປັນລະອຽດ. ເນື້ອໃນຈິດໃຈຫຼັກແມ່ນໄດ້ລວບລວມໃນ 8 ເນື້ອໃນສຳຄັນ, ສະແດງຄຳຮຽກຮ້ອງ: ເລືອກເຟັ້ນຖືກຕ້ອງ - ຜັນຂະຫຍາຍຢ່າງວ່ອງໄວ - ເຮັດເຖິງກົກເຖິງປາຍ - ວັກແທກດ້ວຍໝາກຜົນ ຢ່າງຈະແຈ້ງ.

ຕາມທ່ານເລຂາທິການໃຫຍ່ ໂຕເລິມ, ສາມບຸກທະລຸຍຸດທະສາດທີ່ໄດ້ກຳນົດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ແມ່ນມີຄວາມໝາຍໃຫ້ທັງໄລຍະ 2021 – 2030, ແຕ່ກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XIV, ຄຳຮຽກຮ້ອງທີ່ວາງອອກແມ່ນຕ້ອງເຮັດຢ່າງແຂງແຮງ, ເຮັດຢ່າງວ່ອງໄວ, ເຮັດເຖິງກົກເຖິງປາຍ, ເພາະວ່ານີ້ແມ່ນບັນດາໄມ້ງັດຕັດສິນເພື່ອໃຫ້ປະເທດບຸກທະລຸ. ນັ້ນແມ່ນບຸກທະລຸກ່ຽວກັບລະບອບລະບຽບການ ແລະ ການປະຕິບັດ; ບຸກທະລຸກ່ຽວກັບຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕິດພັນກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ; ບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ໃຫ້ບຸລິມະສິດແກ່ໂຄງລ່າງຄົມມະນາຄົມຍຸດທະສາດ, ໂຄງລ່າງພະລັງງານ, ໂຄງລ່າງຕົວເມືອງ, ໂຄງລ່າງໂທລະຄົມ, ພິເສດແມ່ນໂຄງລ່າງດີຈີຕອນ, ໂຄງລ່າງຂໍ້ມູນຂ່າວສານ…ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວວ່າ:

ສາມບຸກທະລຸດັ່ງກ່າວມີສາຍພົວພັນອັນສະໜິດຕິດພັນກັນ. ລະບອບລະບຽບການເປີດທາງ; ບຸກຄະລາກອນຕັດສິນລະດັບຄວາມໄວ ແລະ ຄຸນນະພາບ; ພື້ຖານໂຄງລ່າງສ້າງບໍລິເວນ ແລະ ກຳລັງກ້າວກະໂດດ. ຖ້າເຮັດຢ່າງຄົບຊຸດ, ພວກເຮົາຈະສ້າງທ່ວງທ່າໃໝ່; ຖ້າເຮັດແບບເຄິ່ງກາງ, ພວກເຮົາຈະພາດໂອກາດເອງ”.

ເມື່ອກ້າວເຂົ້າສູ່ໄລຍະໃໝ່, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

ພວກເຮົາມີພື້ນຖານຢ່າງຄົບຖ້ວນເພື່ອເຊື່ອໝັ້ນວ່າ: ເມື່ອເປັນເອກະພາບສູງກ່ຽວກັບແນວຄິດ;ຂ້ຽວຂາດໃນການກະທຳ; ເຂັ້ມງວດໃນການປະຕິບັດລະບຽບວິໄນ; ປະຊາຊົນເປັນໃຈກາງຢ່າງແທ້ຈິງ, ພວກເຮົາຈະຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງໄດ້ຢ່າງແນ່ນອນ; ນຳປະເທດກ້າວເຂົ້າສູ່ສັງກາດບຸກບືນ, ກ້າວຶ້ນສັງຄົມນິຍົມຢ່າງໝັ້ນຄົງ”.

ຕາມທ່ານເລຂາທິການໃຫຍ່ ໂຕເລິມ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກແມ່ນກອງປະຊຸມໃຫຍ່ແຫ່ງຄວາມເຊື່ອໝັ້ນ ແລະ ຄາດຫວັງ, ແຫ່ງບຸກທະລຸ ແລະ ການກະທຳ; ແຫ່ງລະບຽບວິໄນ ແລະ ປະດິດຄິດສ້າງ, ແຫ່ງຄວາມສາມັກຄີ ແລະ ການພັດທະນາ. ກອງປະຊຸມໃຫຍ່ດຳເນີນ ກ່ອນປີ 2030 -  ໄລຍະ ແຫ່ງວັນສ້າງຕັ້ງພັກຄົບຮອບ 100 ປີ.

ບໍ່ມີເວລາໃດທີ່ຄວາມໄຝ່ຝັນກ່ຽວກັບປະເທດ ຫວຽດນາມ ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ ໃກ້ກັບພວກເຮົາຄືໃນວັນນີ້; ແຕ່ກໍບໍ່ມີເວລາໃດທີ່ພວກເຮົາຕ້ອງປະເຊີນໜ້າກັບສິ່ງທ້າທາຍ, ຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດ ແລະ ກຳລັງກົດດັນແກ້ງແຍ້ງຫຼາຍຄືປັດຈຸບັນນີ້. ແຕ່ດ້ວຍການສືບທອດມູນເຊື້ອພາຍໃຕ້ຄັນທຸງອັນສະຫງ່າຂອງພັກ; ດ້ວຍຄວາມຮ່ວມແຮຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ດ້ວຍເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,  ແລະ ຄາດຫວັງບືນຕົວຂຶ້ນຂອງຊາດ, ດ້ວຍວິໄສທັດຍຸດທະສາດ ແລະ ບັນດານະໂຍບາຍຊີ້ຂາດບຸກທະລຸທີ່ລະບຸໃນບັນດາເອກະສານຍື່ສະເໜີຕໍ່ກອງຊຸມໃຫຍ່ຄັ້ງທີ XIV ນັ້ນ, ພວກເຮົາຈະສ້າງບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ, ນຳປະເທພັດທະນາຢ່າງບຸກທະລຸໄດ້ຢ່າງແນ່ນອນ”.

ໂດຍສືບຕໍ່ລາຍການເຮັດວຽກໃນຕອນເຊົາວັນທີ 20 ມັງກອນ ທີ່ກອງປະຊຸມ, ທ່ານ ເຈິ່ນເກີມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ນຳສະເໜີບົດລາຍງານສຳຫຼວດກວດຄືນການຊີ້ນຳ, ນຳພາຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII.

ຕອນບ່າຍວັນທີ 20 ມັງກອນ, ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກ. ບັນດາຜູ້ແທນເຮັດວຽກຢູ່ຕາມກຸ່ມ, ປຶກສາຫາລືກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ./. 

ຕອບກັບ

ຂ່າວ/ບົດ​ອື່ນ