ມາຣົກປາດຖະໜາຢາກເພີ່ມທະວີການພົວພັນຫຼາຍດ້ານກັບຫວຽດນາມ

ມາຣົກປາດຖະໜາຢາກເພີ່ມທະວີການພົວພັນຫຼາຍດ້ານກັບຫວຽດນາມ - ảnh 1
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ-ມາ​ຣົກ
(ພາບ​ປະ​ກອບ: moit.gov.vn)


(vovworld) - ​ວັນ​ທີ 16/02, ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ ປະ​ຈຳ​ມາ​ຣົກ ເຈີນ​ກ໋ວກ​ຖຸຍ, ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ມາ​ຣົກ Habib El Malki ໄດ້​ສະ​ແດງ​ນ້ຳ​ໃຈ​ອັນ​ດີ​ງາມ ແລະ ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ, ຕີ​ລາ​ຄາ​ສ​ູງ​ບັນ​ດາ​ຜົນ​ງານ​ເຊິ່ງ​ຫວຽດ​ນາມ ບັນ​ລຸ​ໄດ​້​ໃນ​ທຸກ​ຂົງ​ເຂດ​ເສດ​ຖະ​ກິດ, ສັງ​ຄົມ ແລະ ການ​ພົ​ວ​ພັນ​ທາງ​ການ​ທູດ. ທ່ານ​ປະ​ທານ Habib El Malki ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ເສດ​ຖ​ະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ, ມິດ​ຕະ​ພາບກວ່າ​ອີກ. ເນັ້​ນ​ໜັກ​ເຖິງ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ, ທ່ານ​ປະ​ທານ Habib El Malki ໃຫ້​ຮູ້​ວ່າ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບກ​ັບ​ຫວຽດ​ນາມ ຢ​ູ່​ສະ​​ພາຕ່ຳ​ມາ​ຣົກ ໄດ້​ຮັບ​ການ​ສ້າງ​ຕັ້ງ​ແລ້ວ ແລະ ປາດ​ຖະ​ໜາ​ໃນ​ໄລ​ຍະ​ຈະ​ມາ​ເຖ​ິງ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກໍ່​ຈະ​ສ້າງ​ຕັ້ງ​ກ​ຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຫວຽດ​ນາມ - ອາ​ຣົກ ໂດຍ​ໄວ ເພື່ອ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ດີ​ຍິ່ງກວ່າ​ອີກ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ໂຄ​ສະ​ນາ​ພາບ​ພົດ​ຂອງ 2 ປະ​ເທດ. ທ່ານ​ປະ​ທານ Habib El Malki ຢືນ​ຢັນ​ວ່າ, ມາ​ຣົກ ​ກັບ​ຄື​ນ​ສູ່​ເປັນ​ປະ​ທານ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ອາ​ຟະ​ລິ​ກາ ຈ​ະ​ແມ່ນ​ປະ​ຕູ​ເພື່​ອ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ​ພາກ​ພື້ນ​ອາ​ຟະ​ລິ​ກາ, ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ອອກ​ເຂົ້າ​ສານ.

ຂ່າວ/ບົດ​ອື່ນ