ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ
(ພາບ: VGP)
(vovworld)- ຕອນບ່າຍ ວັນທີ 8/8, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ແລະ ຄະນະກຳມະການແຫ່ງຊາດ ຊອກຫາກູ້ໄພກູ້ຊີບ ຈັດຕັ້ງກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານການຮັບມື, ແກ້ໄຂຜົນຮ້ານຍ້ອນຫຼັງ ຈາກພາຍຸ Minirae ແລະ Nida ທີ່ເກີດຂື້ນຫວ່າງແລ້ວນີ້. ພາຍຸສອງລູກນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ຫາຍສາບສູນ 20 ຄົນ, ສ້າງຄວາມເສຍຫາຍ ດ້ານເສດຖະກິດປະມານ 7.000 ຕື້ດົ່ງ.
ໃນການຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ, ປະທ່ານຄະນະກຳມະການແຫ່ງຊາດ ຊອກຫາກູ້ໄພກູ້ຊີບ, ເນັ້ນໜັກວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈຳເປັນຕ້ອງສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ; ສຸມໃສ່ຊອກຫາບັນດາຜູ້ຫາຍສາບສູນ, ສືບຕໍ່ໜູນຊ່ວຍ, ຢ້ຽມຢາມຖາມຂ່າວຜູ້ປະສົບເຄາະຮ້າຍ, ໜູນຊ່ວຍປະຊາຊົນທີ່ຖືກຜົນຮ້າຍຫຼັງນ້ຳຖ້ວມ; ພ້ອມທັງ ສຸມໃສ່ຟື້ນຟູການຜະລິດ, ຮັບປະກັນການຄົມມະນາຄົມ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຊັບພະຍາກອນ ແລະ ທຳມະຊາດ ສ້າງເງື່ອນໄຂ ຍົກສູງຄວາມສາມາດ ຂອງສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ, ໃນນັ້ນ ເອົາໃຈໃສ່ເປັນພິເສດ ເຖິງການລົງທຶນດ້ານອຸປະກອນ, ຍົກສູງຄຸນນະພາບຖັນແຖວພະນັກງານ, ເພີ່ມທະວີການຮ່ວມມື ກັບບັນດາອົງການອຸຕຸນິຍົມອຸທົກກະສາດສຳກົນ ເພື່ອຍົກສູງຄວາມສາມາດ, ຄຸນນະພາບການກ່າວເຕືອນ, ຄາດຄະເນພະຍາກອນອາກາດ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງກໍ່ສ້າງ, ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ, ພ້ອມກັບບັນດາທ້ອງຖິ່ນກວດກາ, ຍົກລະດັບບັນດາກິດຈະກຳພື້ນຖານໂຄງລ່າງ.