ລັດຖະມົນຕີການຕ່າງປະເທດການາດາຢ້ຽມຢາມອາເມລິກາຊຸກຍູ້ການພົວພັນ2ຝ່າຍ

ລັດຖະມົນຕີການຕ່າງປະເທດການາດາຢ້ຽມຢາມອາເມລິກາຊຸກຍູ້ການພົວພັນ2ຝ່າຍ - ảnh 1
ທ່ານ​ນາງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ນາ​ດາ Chrystia Ferrland
(ພາບປະ​ກອບ: AFP/Getty Images)


(vovworld) - ​ທ່ານ​ນາງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ນາ​ດາ Chrystia Ferrland ພວມ​ມີ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 07 – 08/02, ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ 2 ຝ່າຍ, ຈາກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຕະ​ຫຼອດ​ຮອດ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລວ​ມ. ໃນ​ວັນ​ທີ 07/02, ທ່ານ​ນາງ Ferrland ໄດ້​ມີ​ບັນ​ດາການ​ພົບ​ປະ​ກັບ​​ທ່ານ​ປະ​ທານ​ສະ​ພາ​ຕໍ່​າ​ອາ​ເມ​ລິ​ກາ Paul Ryan, ປະ​ທານ​ ກຳມາ​ທິ​ການກຳ​ລັງ​ທະ​ຫານ​ສະ​ພາ​ສູງ John McCain ແລະ ທ່ານ​ປະ​ທານ​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ສູ​ງ Bob Corker. ​ເຖ​ິງ​ຢ່າງ​ໃດ​ກໍ່​ຕາມ, ​ປະ​ຈຸ​ບັນຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເນື້ອ​ໃນ​ບັນ​ດາ​ການ​ພົບ​ປະ. ນອກນັ້ນ, ທ່ານ​ນາງ Ferrland ກໍ່​ໄດ້​​ເຂົ້າ​ຮ່ວມ​ເຫດ​ການ​ໂດຍ​ສະ​ຖານ​ທູດ​ກາ​ນາ​ດາ ປະ​ຈຳ​ອາ​ເມ​ລິ​ກາ ເປັນ​ປະ​ທານ ເພື່ອ​ເຊີດ​ຊູ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ​ທີ່​ໄດ້ຮັບ​ເລືອກ​ຕັ້ງ​​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຊຸດ​ທີ 115.

        ສານ​ຕົ້ນ​ຕໍ່​ໃນ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຄັ້ງ​ນີ້​ຂອງ​ທ່ານ​ນາງ Ferrland ແມ່ນ​ເນັ້ນ​ໜັກ​ເຖິງ​ການ​ພົວ​ພ​ັນ​ລະ​ຫວ່າງ 2 ປະ​ເທດ ແລະ ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ 2 ພື້ນ​ຖານ​ເສດ​ຖະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ຊົນ​ຊັ້ນ​ກາງ.

ຂ່າວ/ບົດ​ອື່ນ