ລັດເຊຍ, ຢູແກຼນ ແລະ ອາເມລິກາ ຈັດຕັ້ງການເຈລະຈາສາມຝ່າຍຢູ່ UAE
(VOVWORLD) - ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
ການເຈລະຈາສາມຝ່າຍ ລະຫວ່າງ ອາເມລິກາ, ລັດເຊຍ ແລະ ຢູແກຼນ ໂດຍ UAE ເປັນປະທານ ໃນວັນທີ 23/01. (ພາບ:Hamad Al Kaabi/UAE Presidential Court/Handout via REUTERS) |
ບັນດາຄະນະຜູ້ແທນ ລັດເຊຍ, ຢູແກຼນ ແລະ ອາເມລິກາ ໄດ້ພົບປະກັນໃນວັນທີ 23 ມັງກອນ ຢູ່ນະຄອນ Abu Dhabi ຂອງ ສະຫະລັດ ອາຣັບ ເອມມີເລດ (UAE), ເພື່ອດຳເນີນບັນດາການເຈລະຈາ 3 ຝ່າຍແບບເຊິ່ງໜ້າທຳອິດກ່ຽວກັບແຜນການໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ຊຸກຍູ້, ເພື່ອແນໃສ່ຢຸດຕິການປະທະກັນທີ່ໄດ້ແກ່ຍາວເກືອບ 4 ປີ.
ຕາມຖະແຫຼງການຂອງກະຊວງການຕ່າງປະເທດ UAE ແລ້ວ, ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ກ່ອນດໍາເນີນວາລະເຈລະຈາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ຖະແຫຼງວ່າ ບັນຫາ Donbass (ທາງທິດຕາເວັນອອກ ຢູແກຼນ) ແມ່ນແກ່ນສານ ແລະ 3 ຝ່າຍຈະປຶກສາຫາລືກ່ຽວກັບບັນຫານີ້ໃນສອງວັນເຈລະຈາຢູ່ UAE.
ໃນຂະນະນັ້ນ, ວັນທີ 23 ມັງກອນ ທ່ານ Dmitry Peskov ໂຄສົກວັງ Kremlin ຖະແຫຼງວ່າ ເລື່ອງ ຢູແກຼນ ຖອນກຳລັງອອກຈາກເຂດ Donbass ແມ່ນເງື່ອນໄຂສຳຄັນທີ່ສຸດ.
ນັກຂ່າວ VOV ປະຈຳ ອີຢິບ