ລະດູບານໃໝ່ສະຫງົບສຸກ ເບີກບານມ່ວນຊື່ນ, ອົບອຸ່ນຂອງພໍ່ແມ່ປະຊາຊົນສາສະນິກກະຊົນຊາວ ຫວຽດນາມ ຢູ່ ສ.ເຊັກ​ໂກ

(VOVWORLD) - ຕອນຄ່ຳວັນທີ 3 ມັງກອນ, ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ສ. ເຊັກໂກ ໄດ້ຈັດຕັ້ງງານລາຕີລະດູບານໃໝ່ດ້ວຍຄວາມເບີກບານມ່ວນຊື່ນຢູ່ນະຄອນຫຼວງ ປຣາຮາ.

 ນະທີ່ນີ້, ສາສະນິກກະຊົນນັບຮ້ອຍຄົນ ໄດ້ພ້ອມກັນເຂົ້າຮ່ວມພິທີພາວະນາຂໍໃຫ້ປະຊາຊົນມີຄວາມສະຫງົບສຸກເບີກບານມ່ວນຊື່ນ, ທຸກຄົນ, ທຸກຄອບຄົວຈົ່ງມີແຕ່ຄວາມຜາສຸກໃນປີໃໝ່.

        ເຂົ້າຮ່ວມເຫດການ, ຊາວພຸດຟານທິເວີນ, ອາຍຸ 85 ປີແບ່ງປັນວ່າ:

        “ງານລາຕີໄດ້ນຳມາເຊິ່ງຄວາມຮູ້ສຶກສະຫງົບສຸກ, ຄວາມຮັກແພງທີ່ສຸດ, ບໍ່ພຽງແຕ່ສຳລັບຂ້າພະເຈົ້າເອງເທົ່ານັ້ນ ຫາກຍັງໃຫ້ທັງຄອບຄົວຂອງຂ້າພະເຈົ້າອີກດ້ວຍ. ສຳລັບລູກຫຼານລຸ້ນທີ 2, ທີສາມນັ້ນ, ຂ້າພະເຈົ້າຄິດວ່າ ຖ້າພວກຫຼານເຂົ້າຮ່ວມງານລາຕີຄືແນວນີ້ ພວກຫຼານຈະຮູ້ສຶກໄດ້ຄວາມຮັກແພງຂອງທຸກໆຄົນ, ທຸກຄົນລ້ວນມີໄດ້ຄວາມຮັກແພງມະນຸດ, ຄວາມຮັກຕໍ່ວົງຄະນະຍາດ.”

ຕອບກັບ

ຂ່າວ/ບົດ​ອື່ນ