ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.
ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ” - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV )

ຕ້ອງລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງພັດທະນາ “ເສດຖະກິດສີເງິນ” (ເສດຖະກິດຜູ້ສູງອາຍຸ) ຢ່າງມີປະສິດທິຜົນຕາມຈິດໃຈ “ລັດສ້າງສັນ - ຕະຫຼາດນຳທຶນ - ວິສາຫະກິດລົງທຶນ - ສັງຄົມເຂົ້າຮ່ວມ - ປະຊາຊົນຮ່ວມເດີນທາງ”. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢູ່ກອງປະຊຸມທາງໄກກ່ຽວກັບສະພາບການພັດທະນາເສດຖະກິດສີເງິນໃນທົ່ວໂລກ ແລະ ການຮັບມືກັບນະໂຍບາຍ, ຍຸດທະສາດຂອງ ຫວຽດນາມ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 11 ມີນາ, ຢູ່ ຮ່າໂນ້ຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”. ຕາມນັ້ນແລ້ວ, ການຍົກສູງຄວາມຮັບຮູ້, ການປ່ຽນແປງໃໝ່ຈິນຕະນາການເພື່ອປັບຕົວໃຫ້ແທດເໝາະກັບສະພາບການພົນລະເມືອງມີຜູ້ອາຍຸສູງກວມເອົາສ່ວນຫຼາຍ ຕິດພັນກັບການພັດທະນາ “ເສດຖະກິດສີເງິນ”, ພັດທະນາລະບົບນິເວດແຫ່ງການເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ອາຍຸສູງ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຖື 3 ເສົາຄ້ຳເປັນສຳຄັນໃນການພັດທະນາເສດຖະກິດສີເງິນ.

ຜູ້ອາຍຸສູງແມ່ນໃຈກາງ, ທັງແມ່ນແຫຼ່ງກຳລັງສະໜອງດ້ວຍບົດບາດເປັນແຫຼ່ງກຳລັງແຮງງານທີ່ມີມູນຄ່າ, ມີບົດຮຽນປະສົບການຫຼາຍ, ທັງແມ່ນກຳລັງໜູນຂອງຄວາມຕ້ອງການ, ດ້ວຍບົດບາດແມ່ນແຫຼ່ງກຳລັງຊົມໃຊ້ທີ່ມີສິດອຳນາດ, ມີຄວາມສາມາດໃນການໃຊ້ຈ່າຍສູງ, ເປັນຕົ້ນແມ່ນໃຫ້ແກ່ການຮັກສາສຸຂະພາບ, ການທ່ອງທ່ຽວ, ການຮ່ຳຮຽນ. ວິສາຫະກິດແມ່ນຈຸດໃຈກາງຂອງປະດິດຄິດສ້າງ, ການປະຕິບັດ, ດ້ວຍຄວາມຮັບຜິດຊອບສັງຄົມ ແລະ ສິ່ງແວດລ້ອມແຫ່ງການເຮັດວຽກທີ່ເປັນມິດກັບຜູ້ມີອາຍຸສູງ. ລັດແມ່ນ ນັກສະຖາປະນິກອອກແບບລະບອບລະບຽບການ, ສ້າງຂອບນິຕິກຳ, ບຸລິມະສິດ ແລະ ສະຫວັດດີການອັນໝັ້ນແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ