ລາຍການສະແດງສິລະປະ “ຄຳສັ່ງຈາກຫົວໃຈ”
(VOVWORLD) - ລາຍການລວມມີ 15 ລາຍການສະແດງສິລະປະໄດ້ສ້າງຕັ້ງຢ່າງພິຖິພິຖັນ, ເຊື່ອມຕໍ່ບັນດາສາລະຄະດີ, ເຕັມໄປດ້ວຍຄວາມຮູ້ສຶກ.
ການສະແດງສິລະປະ ຢູ່ລາຍການ (ພາບ: VTV) |
ເນື່ອງໃນໂອກາດສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 81 ປີ (22/12/1944 - 22/12/2025), ຕອນຄ່ຳວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະພິເສດ “ຄຳສັ່ງຈາກຫົວໃຈ”. ລາຍການລວມມີ 15 ລາຍການສະແດງສິລະປະໄດ້ສ້າງຕັ້ງຢ່າງພິຖິພິຖັນ, ເຊື່ອມຕໍ່ບັນດາສາລະຄະດີ, ເຕັມໄປດ້ວຍຄວາມຮູ້ສຶກ. “ຄຳສັ່ງຈາກຫົວໃຈ” ມີການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງຫຼາຍຄົນພ້ອມກັບຄະນະດົນຕີ ກອງທັບ, ຄະນະພິທິກອນກອງທັບ ແລະ ບັນດານັກຮົບເກົ່າ. ດ້ວຍການປະສານສົມທົບຢ່າງກົມກຽວລະຫວ່າງສິລະປະດົນຕີ, ສາລະຄະດີໂທລະພາບ ແລະ ບັນດາການໂອ້ລົມສົນທະນາທີ່ສຸດຈິດສຸດໃຈ, ລາຍການບໍ່ພຽງແຕ່ຍ້ອງຍໍສັນລະເສີນການເສຍສະຫຼະຊີວິດ, ການອຸທິດສ່ວນຂອງນັກຮົບລຸ້ນຕ່າງໆເທົ່ານັ້ນຫາກຍັງປຸກລຸກຄວາມເອກອ້າງທະນົງໃຈແຫ່ງຊາດ, ສືບທອດມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນ ຫວຽດນາມ.