ວັງ Kremlin: ບັນດາການເຈລະຈາກ່ຽວກັບຢູແກຼນຢຸດຕິຊົ່ວຄາວ
(VOVWORLD) - ທ່ານ Peskov ຖືວ່າ ວິວັດການປຶກສາຫາລືຖືກຂາດວັກຂາດຕອນແມ່ນສິ່ງອາດສາມາດເຂົ້າໃຈໄດ້ ໃນສະພາບການການປະທະນັນເພີ່ມຂຶ້ນເຖິງຂັ້ນອັນຕະລາຍຢູ່ ພາກພືນຕາເວັນອອກກາງ.
\ວັນທີ 15 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າບັນດາການເຈລະຈາທີ່ກ່ຽວຂ້ອງເຖິງບັນຫາຢູແກຼນພວມຢຸດຕິຊົ່ວຄາວຍ້ອນອາເມລິກາ ສຸມໃສ່ເຂົ້າບັນດາບຸລິມະສິດອື່ນໆ. ໂດຍຕອບສຳພາດຕໍ່ນັກຂ່າວໜັງສືພິມ Financial Times ຂອງອັງກິດ, ທ່ານ Peskov ຖືວ່າ ວິວັດການປຶກສາຫາລືຖືກຂາດວັກຂາດຕອນແມ່ນສິ່ງອາດສາມາດເຂົ້າໃຈໄດ້ ໃນສະພາບການການປະທະນັນເພີ່ມຂຶ້ນເຖິງຂັ້ນອັນຕະລາຍຢູ່ ພາກພືນຕາເວັນອອກກາງ. ຕາມທ່ານແລ້ວ, ລັດເຊຍຍັງປະລະຄວາມສາມາດບັນລຸມາດຕະການໂດຍສັນຕິວິທີໃຫ້ແກ່ການປະທະກັນຢູ່ ຢູແກຼນ, ພ້ອມທັງໃຫ້ຮູ້ວ່າສະພາບການໃນຕົວຈິງພວມມີການຜັນແປທີ່ສະດວກໃຫ້ແກ່ມົດສະກູ. ກ່ອນໜ້ານັ້ນ, ວັນທີ 13 ມີນາ, ສຳນັກຂ່າວສານ RIA Novosti ຂອງລັດເຊຍ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Dmitry Peskov ໂດຍໃຫ້ຮູ້ວ່າ ລັດເຊຍປາດຖະໜາວ່າ ການເຈລະຈາສາມຝ່າຍຮອບໃໝ່ກ່ຽວກັບບັນຫາຢູແກຼນຈະໄດ້ຈັດຂຶ້ນໂດຍໄວ.