ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​​ຝາກ​ຊາຍ​ແດນ ຫວຽດ​ນາມ - ຈີນ

(VOVWORLD) - ໃນໄລຍະຈະມາເຖິງ, ສອງບ້ານສືບຕໍ່ຍົກສູງຄຸນນະພາບບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນຢ່າງເຂັ້ມງວດ.
ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​​ຝາກ​ຊາຍ​ແດນ ຫວຽດ​ນາມ - ຈີນ - ảnh 1ລາຍການສະແດງສິລະປະໄດ້ສະແດງຢູ່ການສະຫຼຸບເບື້ອງຕົ້ນ (ພາບ: baoquangning.vn)

ວັນທີ 16 ມີນາ, ຢູ່ຕາແສງ ຮວາງໂມ (ແຂວງກ໋ວາງນິງ) ໄດ້ດຳເນີນລາຍການສະຫຼຸບເບື້ອງຕົ້ນ 10 ປີແຫ່ງການເປັນແຮກສ່ຽວເຂດຊຸມຊົນສອງຝາກເຂດຊາຍແດນລະຫວ່າງ ບ້ານ ຕາເຂົາ (ຕາແສງ ຮ່ວາງໂມ) ແລະ ບ້ານຕຸງຈຸງ (ນະຄອນຟ້າງເຈິນກາງ, ແຂວງກ໋ວາງຊີ, ຈີນ). ເຫດການນອນໃນໂຄງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 10.

ທີ່ລາຍການ, ທ່ານຮອງປະທານຄະນະກຳມະການປະຊາຊົນຕາແສງ ຮ່ວາງໂມ, ຮ່ວາງກຽນຈຸງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງບ້ານສືບຕໍ່ຍົກສູງຄຸນນະພາບບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນຢ່າງເຂັ້ມງວດ, ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບຂອງສອງຝ່າຍໃນວຽກງານຄຸ້ມຄອງ, ປົກປັກຮັກສາເສດຊາຍແດນ, ຫຼັກໝາຍຊາຍແດນ; ພ້ອມທັງຍູ້ແຮງການແລກປ່ຽນບົດຮຽນປະສົບການພັດທະນາເສດຖະກິດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ