ວັນ​ບຸນການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2026: ຄົ້ນ​ຫາ​ນະ​ຄອນຫຼວງ​ຜ່ານ​ການ​ທ່ອງ​ທ່ຽວ​ສີ​ຂຽວ ແລະ ການ​ລົງ​ຕົວ​ຈິງ​ແບບ​ດີ​ຈີ​ຕອນ

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 13 ມີນາ ຫາວັນທີ 15 ມີນາ, ວັນບຸນມີຂອບຂະໜາດເກືອບ 100 ຮ້ານວາງສະແດງສິນຄ້າ ໄດ້ຮັບການອອກແບບຄືວິວັດການຄົ້ນຫາຮ່າໂນ້ຍ ຜ່ານການລົງຕົວຈິງຫຼາຍຢ່າງ ຜ່ານຫຼາຍສະຖານທີ່ທີ່ມີຫົວຂໍ້ແຕກຕ່າງກັນ.
ວັນ​ບຸນການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2026: ຄົ້ນ​ຫາ​ນະ​ຄອນຫຼວງ​ຜ່ານ​ການ​ທ່ອງ​ທ່ຽວ​ສີ​ຂຽວ ແລະ ການ​ລົງ​ຕົວ​ຈິງ​ແບບ​ດີ​ຈີ​ຕອນ - ảnh 1ວັນບຸນການທ່ອງທ່ຽວຮ່າໂນ້ຍ 2026 ໄດ້ຈັດຂຶ້ນແຕ່ວັນທີ 13 – 15 ມີນາ 2026 ຢູ່ສວນສາທາລະນະ ໂທ້ງເຍິດ (ພາບ: VOV)

ວັນບຸນການທ່ອງທ່ຽວຮ່າໂນ້ຍ 2026 ດ້ວຍຫົວຂໍ້ “ການທ່ອງທ່ຽວສີຂຽວ ແລະ ການລົງຕົວຈິງແບບດີຈີຕອນ” ໂດຍພະແນກການທ່ອງທ່ຽວຮ່າໂນ້ຍຈັດຂຶ້ນ ໄດ້ຂຶ້ນໃນຕອນຄ່ຳວັນທີ 13 ມີນາຢູ່ ສວນສາທາລະນະໂທ້ງເຍິດ, ວັນບຸນການທ່ອງທ່ຽວຮ່າໂນ້ຍ ແມ່ນການເຄື່ອນໄຫວສົ່ງເສີມການທ່ອງທ່ຽວປະຈຳປີເພື່ອແນໃສ່ໂຄສະນາພາບພົດຂອງນະຄອນຫຼວງ ແມ່ນສະຖານທີ່ນັດພົບທ່ອງທ່ຽວອັນພົ້ນເດັ່ນ.

ໂດຍໄດ້ດຳເນີນແຕ່ວັນທີ 13 ມີນາ ຫາວັນທີ 15 ມີນາ, ວັນບຸນມີຂອບຂະໜາດເກືອບ 100 ຮ້ານວາງສະແດງສິນຄ້າ ໄດ້ຮັບການອອກແບບຄືວິວັດການຄົ້ນຫາຮ່າໂນ້ຍ ຜ່ານການລົງຕົວຈິງຫຼາຍຢ່າງ ຜ່ານຫຼາຍສະຖານທີ່ທີ່ມີຫົວຂໍ້ແຕກຕ່າງກັນ. ໃນນັ້ນ, ສະຖານທີ່ຄວາມຊົງຈຳໄດ້ແນະນຳບັນດາມໍລະດົກ, ຖະໜົນເກົ່າ, ສະຖາປັດຕະຍາກຳ ແລະ ໝູ່ບ້ານອາຊີບທີ່ເປັນມູນເຊື້ອ ແລະ ຊີວິດດ້ານວັດນະທະນຳຮ່າໂນ້ຍ ຜ່ານຮູບແບບຈຸດນັດພົບ, ງານວາງສະແດງພາບຖ່າຍ ແລະ ຈິດຕະສາດສິລະປະ. ສະຖານທີ່ເຊື່ອມຕໍ່ແມ່ນບ່ອນບັນດາວິສາຫະກິດທ່ອງທ່ຽວພົບປະ, ແນະນຳບັນດາ tour ໃໝ່, ໂຄງການສົ່ງເສີມ ແລະ ມີໂຣໂມຊັນບຸລິມະສິດຫຼາຍຢ່າງດຶງດູດໃຈໃຫ້ແກ່ແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ