ວາ​ລະ​ປະຊຸມຈັດ​ກຽມ​ໃຫ້ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ

(VOVWORLD) - ກອງປະຊຸມໃຫຍ່ໄດ້ສະຫງວນໜຶ່ງນາທີອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ບັນດາກຳມະການ ຄະນະບໍລິຫານງານສູນສູນກາງພັກ ຊຸດທີ XIII ທີ່ໄດ້ເຖິງແກ່ມໍລະນະກຳ ໃນສະໄໝທີ XIII.
ວາ​ລະ​ປະຊຸມຈັດ​ກຽມ​ໃຫ້ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ - ảnh 1ຄະນະປະທານວາລະກະກຽມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ  (ພາບ: TTXVN)

ຕອນເຊົ້າວັນທີ 19 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນວາລະຈັດກຽມຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ. ກ່ອນໄຂວາລະຈັດກຽມ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ. ຫຼັງຈາກນັ້ນ, ບັນດາກຳມະການກົມການເມືອງ, ຄະນະເລຂາສູນກາງພັຫ ແລະ ບັນດາຫົວໜ້າຄະນະຜູ້ແທນບັນດາອົງຄະນະພັກຂຶ້ນກັບສູນກາງທີ່ເຂົ້າຮ່ວມກອງປະຊຸມໃຫຍ່ວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ອະນຸສາວາລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.

ກອງປະຊຸມໃຫຍ່ໄດ້ສະຫງວນໜຶ່ງນາທີອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ບັນດາກຳມະການ ຄະນະບໍລິຫານງານສູນສູນກາງພັກ ຊຸດທີ XIII ທີ່ໄດ້ເຖິງແກ່ມໍລະນະກຳ ໃນສະໄໝທີ XIII. ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ບໍລິຫານວາລະຈັດກຽມ. ກອງປະຊຸມໃຫຍ່ໄດ້ລົງມະຕິຕົກລົງ ເປັນເອກະພາບຢ່າງສູງ ຮັບຮອງເອົາໂຄງການວາລະຈັດກຽມ, ຂໍ້ກຳນົດໃນການເຮັດວຽກຂອງກອງປະຊຸມໃຫຍ່, ໂຄງການເຮັດວຽກຂອງກອງປະຊຸມໃຫຍ່ ແລະ ຂໍ້ກຳນົດການເລືອກຕັ້ງຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ກອງປະຊຸມໃຫຍ່ ເລືອກຕັ້ງຄະນະປະທານລວມມີ ກຳມະການກົມການເມືອງ 16 ທ່ານ. ກອງປະຊຸມໃຫຍ່ເລືອກຕັ້ງຄະນະເລຂາລວມມີ 5 ທ່ານ ແລະ ຄະນະຕີລາຄາຄຸນລັກສະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ລວມມີ 13 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ