ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ
(ພາບອີນເຕີແນດ)
(vovworld) - ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢືນຢັນວ່າ ສິງກະໂປ ມີຫຼັກໝັ້ນສະເໝີຕົ້ນສະເໝີປາຍ ຕໍ່ບັນດາການພິພາດລະຫວ່າງຈີນ ແລະ ບາງປະເທດຂຶ້ນກັບອາຊຽນ. ກ່າວຄຳເຫັນຕໍ່ວົງການນັກຂ່າວສິງກະໂປ ເມື່ອວັນທີ 26 ສິງຫາ ເນື່ອງໃນໂອກາດໄປຢ້ຽມຢາມຈີນ ຢ່າງເປັນທາງການ, ທ່ານ ຫຼີຊຽນຫຼົງ ຢືນຢັນວ່າ ສິງກະໂປ ຮັກສາຫຼັກໝັ້ນສະເໝີຕົ້ນສະເໝີປາຍ ແລະ ສະແດງຄວາມປາດຖະໜາວ່າ ທຸກໆປະເທດຈະປອງດອງກັນ ແລະ ລະງັບໃຈ, ພ້ອມທັງຮັກສາສັນຕິພາບ, ບໍ່ກໍ່ຄວາມເຄັ່ງຕຶງຢູ່ອາຊີຕາເວັນອອກສ່ຽງໃຕ້. ການນຳສິງກະໂປ ຊີ້ແຈ້ງວ່າ ທຸກໆປະເທດໃນພາກພື້ນຈະຖືກຜົນສະທ້ອນບໍ່ດີ ຖ້າຫາກມີຄວາມເຄັ່ງຕຶງ ຫຼື ການປະທະກັນ. ທ່ານນາຍົກລັດຖະມົນຕີ ສິງກະໂປ ໃຫ້ຮູ້ວ່າ ທີ່ການພົບປະກັບຜູ້ຮ່ວມຕຳແໜ່ງຈີນ ຫຼີເຄີຊຽງ ໃນຕອນເຊົ້າວັນທີ 26 ສິງຫາ, 2 ຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບຫຼາຍບັນກາທີ່ກ່ຽວຂ້ອງເຖິງການພົວພັນ 2 ຝ່າຍ. 2 ຝ່າຍກໍ່ປຶກສາຫາລືບັນດາບັນຫາພາກພື້ນ ຄືສະເໜີພິຈາລະນາຄືນສັນຍາການຄ້າເສລີອາຊຽນ - ຈີນ ທີ່ກ່ຽວຂ້ອງເຖິງບັນດາການປະທະກັນທີ່ແກ່ຍາວຢູ່ທະເລຕາເວັນອອກ.