ສົນທິສັນຍາ ຮ່າໂນ້ຍ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນຕໍ່ກັບ ຫວຽດນາມ

(VOVWORLD) - ຜົນສຳເລັດຂອງໜຶ່ງເຫດການທົ່ວໂລກໄດ້ສ້າງຄວາມປະທັບໃຈຢ່າງດີງາມກ່ຽວກັບ ຫວຽດນາມ ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງໃນຈິດໃຈເພື່ອນມິດສາກົນ.
ສົນທິສັນຍາ ຮ່າໂນ້ຍ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນຕໍ່ກັບ ຫວຽດນາມ - ảnh 1ທ່ານນາງ Ghada Fathi Waly, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານອົງການປ້ອງກັນ, ຕ້ານອາດຊະຍາກຳຂອງສະຫະປະຊາຊາດ
(ພາບ: TTXVN)

        ພາຍຫຼັງດຳເນີນໄປເປັນເວລາ 2 ວັນ, ພິທີເປີດການລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ອັດລົງໃນວັນທີ 26 ຕຸລາ, ຢູ່ ຮ່າໂນ້ຍ. ຜົນສຳເລັດຂອງໜຶ່ງເຫດການທົ່ວໂລກໄດ້ສ້າງຄວາມປະທັບໃຈຢ່າງດີງາມກ່ຽວກັບ ຫວຽດນາມ ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງໃນຈິດໃຈເພື່ອນມິດສາກົນ. ທ່ານນາງ Ghada Fathi Waly, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານອົງການປ້ອງກັນ, ຕ້ານອາດຊະຍາກຳຂອງສະຫະປະຊາຊາດ, ສະແດງຄວາມເຫັນວ່າ:

        “ຂ້າພະເຈົ້າຂໍຂອບໃຈ ແລະ ຕີລາຄາສູງລັດຖະບານ ຫວຽດນາມ ຍ້ອນບັນດາຄວາມມານະພະຍາຍາມໃນວິທີຮັບມືກັບອາດຊະຍາກຳທາງໄຊເບີທົ່ວໂລກ ແລະ ເປັນເຈົ້າພາບຈັດພິທີລົງນາມສົນທິສັນຍາ ຮ່າໂນ້ຍ. ບັນດາຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງທີ່ ຫວຽດນາມ ໄດ້ລົງທຶນເພື່ອຮັບປະກັນໃຫ້ກອງປະຊຸມບັນລຸຜົນສຳເລັດແມ່ນສິ່ງທີ່ໜ້າເຄົາລົບ. ຫ້ອງການສະຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ມີຄວາມເອກອ້າງທະນົງໃຈເມື່ອໄດ້ຮ່ວມມືກັບ ຫວຽດນາມ ໃນຄວາມມານະພະຍາຍາມທີ່ເຕັມໄປດ້ວຍຄວາມຄາດຫວັງນີ້”.

ສົນທິສັນຍາ ຮ່າໂນ້ຍ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນຕໍ່ກັບ ຫວຽດນາມ - ảnh 2ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບ: TTXVN)

        ເລື່ອງ ຮ່າໂນ້ຍ ໄດ້ຮັບການຄັດເລືອກແມ່ນແຫ່ງຈັດເຫດການທີ່ມີຂອບຂະໜາດທົ່ວໂລກນີ້ ເປັນການຮັບຮູ້ຢ່າງຈະແຈ້ງກ່ຽວກັບທີ່ຕັ້ງ, ອິດທິພົນຊື່ສຽງ ແລະ ບົດບາດຂອງ ຫວຽດນາມ ບົນເວທີສາກົນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນວ່າ:

        “ພວກຂ້າພະເຈົ້າເຫັນວ່າ ຫວຽດນາມ ບໍ່ພຽງແຕ່ມີກຳລັງຄວາມສາມາດ, ສິດອຳນາດເພື່ອແກ້ໄຂບັນຫານີ້ ໂດຍແນໃສ່ປະກອບສ່ວນເຂົ້າໃນປະຕິກິລິຍາທົ່ວໂລກສຳລັບຄວາມປອດໄພທາງອິນເຕີເນັດເທົ່ານັ້ນ, ຫາກຍັງແມ່ນປະເທດທີ່ໄດ້ຮັບຄວາມເຄົາລົບ ແລະ ນັບມື້ນັບສວມບົດບາດຢ່າງທີ່ຫຼວງກວ່າໃນການພົວພັນສາກົນອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ