ສືບຕໍ່ມານະພະຍາຍາມສູ້ຊົນດ້ວຍຄວາມຕັດສິນໃຈສູງເພື່ອປະຕິບັດບັນດາຄາດໝາຍວາງອອກໃຫ້ບັນລຸຜົນສຳເລັດ

ສືບຕໍ່ມານະພະຍາຍາມສູ້ຊົນດ້ວຍຄວາມຕັດສິນໃຈສູງເພື່ອປະຕິບັດບັນດາຄາດໝາຍວາງອອກໃຫ້ບັນລຸຜົນສຳເລັດ - ảnh 1
​ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​​ປະ​ຈຳ​ເດືອນ 11/2015
(ພາບ: VGP)

(vovworld) - ວັນ​ທີ 27/11, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ, ລັດ​ຖະ​ບານ​ໄດ້​ດຳ​ເນີນ​ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​​ປະ​ຈຳ​ເດືອນ 11/2015 ເພື່ອ​ປຶກ​ສາ​ຫລື​ບົດ​ລາຍ​ງານ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ດາ​ໜ​້າ​ທີ່, ມາດ​ຕະ​ການ​ຕົ້ນ​ຕໍ່​​ເພື່ອຊີ້​ນຳ​ການ​ບໍ​ລິ​ຫານ​​ປະ​ຕິ​ບັດແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ​ແຜນ​ງົບ​ປະ​ມານ​ຂອງ​ລັດ​ປີ 2015.

      ກ່າວ​ຄຳ​ເຫັນ​ສະ​ຫ​ຼຸບກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ເນັ້ນ​ໜັກ​ວ່າ, ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່​ວກອງ​ທັບ, ນັບ​ທັງ​ລະ​ບົບ​ການ​ເມືອງ, ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​​ໃນເດືອນ 11 ສືບ​ຕໍ່​ມີ​ທ່າ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ໃນ​ທຸກ​ຂົງ​ເຂດ; ຮັບ​ປະ​ກັນ​ເສດ​ຖ​ະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ກໍ​ຄື​ການ​ດຸ່ນ​ດ່ຽງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ການ​ຮັບ​ປະ​ກັນ​ປະ​ຕິ​ບັດ​ໜ້າ​ທີ່​ຈັດ​ແບ່ງ​ງົບ​ປະ​ມານ ກໍ​ຄື​ສ້າງ​ແຜນ​ການ​ລົງ​ທຶນ​ຂອງ​ລັດ​ປີ 2016 ໃຫ້​ເປັນ​ຢ່າງ​ດີ, ແຜນ​ການ​ລົງ​ທຶນ​ພາກ​ລັດ​ໄລ​ຍ​ະ​ກາງ​ໃນ ໄລ​ຍະ 2016 – 2020…

      ກ່ຽວ​ຂ້ອງ​ເຖິງ 2 ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ ແມ່ນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍື​ນ​ຍົງ ແລະ ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ​ສະ​ເໜີ​ຕ້ອງ​ສຸມ​ໃສ່​ໃນ​ລະ​ດັບ​ສູງວຽກ​ງານ​ຊີ້​ນຳ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ, ຮັບ​ປະ​ກັນ​ການ​ດຸ່ນ​ດ່ຽງ​ແຫຼ່ງ​ກຳ​ລັງ ເພື່ອ​ປະ​ຕິ​ບັດ 2 ໂຄງ​ການ​ດັ່ງ​ກ່າວ, ຍ້ອນ​ວ່ານີ້​ແມ່ນ​ໂຄງ​ການ​ມີ​ລັ​ກ​ສະ​ນະ​ສັັງ​ລວມ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ.

ຂ່າວ/ບົດ​ອື່ນ