( vovworld ) – ວັນທີ 26/5, ທ່ານບານກີມູນ ເລຂາທິການໃຫ່ຍສະຫະປະຊາຊາດ ໄດ້ກ່າວປະນາມຢ່າງຮຸນແຮງເຫດການເຂັນຂ້າຢູ່ບ້ານ El Houleh ຢູ່ມໍ່ກັບແຂວງ Homs ຂອງປະເທດຊີຣີ ຊື່ງເຮັດໃຫ້ 92 ຄົນເສຍຊີວິດ. ທ່ານບານກີມູນ ເອີ້ນວ່າ ນີ້ແມ່ນໂທດກຳອັນໂຫດຮ້າຍປ່າເຖື່ອນ ແລະ ຜູ້ທີ່ປະຕິບັດການກະທຳນີ້ຕ້ອງຖືກລົງໂທດຢ່າງເໝາະສົມ. ຖະແຫຼງການຂອງສະຫະປະຊາຊາດໃຫ້ຮູ້ວ່າ: ບັນດານັກສັງເກດການຂອງ ສະຫະປະຊາຊາດຢູ່ຊີຣີ ໄດ້ເຫັນປະຈັກຕາເຫດການບຸກໂຈມຕີອັນນອງເລືອດນີ້ ແລະ ຮັບຮູ້ວ່າ: ບັນດາລົດຖັງ ແລະ ປືນໃຫ່ຍໄດ້ຍິງໃສ່ບັນດາເຂດຊຸມຊົນ. ຖະແຫຼງການກໍ່ເນັ້ນຫນັກວ່າ: ການກະທຳໃຊ້ຄວາມຮຸນແຮງຢູ່ຊີຣີ ຕ້ອງຢຸດຕິລົງໂດຍທັນທີ. ບັນດາກຳລັງຝ່າຍຄ້ານຢູ່ຊີຣີໃຫ້ຮູ້ວ່າ ທະຫານຂອງລັດຖະບານໄດ້ປະຕິບັດເຫດການບຸກໂຈມຕີດັ່ງກ່າວ ແຕ່ຕາມສຳນັກຂ່າວສານແຫ່ງລັດຊີຣີ ແລ້ວ, ກຳລັງກໍ່ການຮ້າຍປະກອບອາວຸດ ໄດ້ຢືນຢູ່ເບື້ອງຫຼັງເຫດການບຸກໂຈມຕີນີ້.