ສ​ປ​ຊ: ໄພ​ອຶດ​ຫິວ​ຢູ່ ກາ​ຊາ ໄດ້​ຢຸດ​ຕິ​ແລ້ວ ແຕ່​ຍັງ​ຢູ່​ໃນ​ລະ​ດັບ​ກ່າວ​ເຕືອນ

(VOVWORLD) - ປະຊາກອນປະມານ 70% ພວມດຳລົງຊີວິດໃນບັນດາເຂດລີ້ໄພຊົ່ວຄາວ, ຕ້ອງປະເຊີນໜ້າກັບໄພອຶດຫິວທີ່ແກ່ຍາວ, ໄພເກີດນ້ຳຖ້ວມຍາມລບະດູໜາວ ແລະ ມີອູນຫະພູນຫລຸດລົງຫຼາຍ.
ສ​ປ​ຊ: ໄພ​ອຶດ​ຫິວ​ຢູ່ ກາ​ຊາ ໄດ້​ຢຸດ​ຕິ​ແລ້ວ ແຕ່​ຍັງ​ຢູ່​ໃນ​ລະ​ດັບ​ກ່າວ​ເຕືອນ - ảnh 1Palestinians wait to receive food from a charity kitchen after the global hunger monitor, in Gaza City, August 28, 2025. File Photo: REUTERS/Mahmoud Issa

   ວັນທີ 19 ທັນວາ,  ສປຊ ໃຫ້ຮູ້ວ່າ ໄພອຶດຫິວເຄີຍໄດ້ປະກາດຢູ່ເຂດ ກາຊາ ເມື່ອເດືອນສິນຫາຜ່ານມາ ໄດ້ສິ້ນສຸດລົງຢ່າງເປັນທາງການ ຍ້ອນຄວາມສາມາດເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳໄດ້ຮັບການປົວແປງ ພາຍຫຼັງຄຳສັ່ງຢຸດຍິງ. ແຕ່ເຖິງແນວນັ້ນກໍ່ຕາມ, ອົງການນີ້ຍັງເນັ້ນໜັກວ່າ ສະພາບທັນຍາຫານຢູ່ເຂດດິນແດນ ປາແລັດສະຕິນ ຍັງ “ຮ້າຍແຮງທີ່ສຸດ”.

  ຕາມຂໍ້ລິເລີ່ມຈັດແບ່ງການຄ້ຳປະກັນດ້ານສະບຽງອາຫານປະສົມ(IPC),  ປະຈຸບັນ, ບໍ່ມີເຂດໃນຢູ່ເຂດ ກາຊາ ຖືກຈັດເຂົ້າໃນລະດັບ “ໄພອຶດຫິວ ແຕ່ທົ່ວເຂດ ກາຊາ ຍັງນອນໃນ “ສະພາບສຸກເສິນ”. ປະຊາກອນປະມານ 70% ພວມດຳລົງຊີວິດໃນບັນດາເຂດລີ້ໄພຊົ່ວຄາວ, ຕ້ອງປະເຊີນໜ້າກັບໄພອຶດຫິວທີ່ແກ່ຍາວ, ໄພເກີດນ້ຳຖ້ວມຍາມລບະດູໜາວ ແລະ ມີອູນຫະພູນຫລຸດລົງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ