ສື່ມວນຊົນສາກົນສືບຕໍ່ຍົກໃຫ້ເຫັນຢ່າງຈະແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ
(VOVWORLD) - ສື່ມວນຊົນສາກົນສືບຕໍ່ຍົກໃຫ້ເຫັນຢ່າງຈະແຈ້ງທີ່ຕັ້ງບົດບາດທີ່ນັບມື້ນັບເພີ່ມຂຶ້ນ, ກໍຄືທ່າອ່ຽງພັດທະນາຢ່າງແຮງຂອງ ຫວຽດນາມ ໃນຫຼາຍຂົງເຂດ.
ໜັງສືພິມ ຝລັ່ງ ເນັ້ນໜັກເຖິງເປົ້າໝາຍທີ່ເຕັມໄປດ້ວຍຄວາມຫວັງຂອງຫວຽດນາມ (ພາບໜ້າຈໍ່ເວັບໄຊ) |
ໜັງສືພິມ L’Humanité ຂອງ ຝລັ່ງ ໄດ້ລົງບົດຂຽນໂດຍເນັ້ນໜັກວ່າ, ພາຍຫຼັງຫຼາຍທົດສະວັດເສດຖະກິດມີການເຕີບໂຕຢ່າງປະທັບໃຈ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ວາງເປົ້າໝາຍຮັກສາຈັ່ງວະພັດທະນາຮອດປີ 2030, ພ້ອມທັງຊຸກຍູ້ນະວັດຕະກຳ, ໃນຂອບເຂດເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ.
ສື່ມວນຊົນ ໄທ ກໍຕິດຕາມ ແລະ ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ໜັງສືພິມ Thaipublica ມີບົດຂຽນຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນ “ບາດລ້ຽວຍຸດທະສາດ” ໃນວິວັດທະນາການຫັນປະເທດເປັນທັນສະໄໝ; ສ້າງຂີດໝາຍຫັນປ່ຽນຢ່າງຈະແຈ້ງຂອງ ຫວຽດນາມ ໄປສູ່ຮູບແບບການເຕີບໂຕໃໝ່, ສຸມໃສ່ຍົກສູງສະມັດຕະພາບ, ຊຸກຍູ້ການຫັນເປັນດີຈີຕອນ.