ຍູ້​ແຮງ​ໜ້າ​ທີ່​ຈຸດ​ສຸມ​ປະ​ຕິ​ບັດ​ເປົ້າ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2026

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍລົງນາມໃນຈົດໝາຍລັດຖະການ ສະບັບເລກທີ 06 ອອກວັນທີ 24 ມັງກອນ 2026 ກ່ຽວກັບການຍູ້ແຮງບາງໜ້າທີ່, ມາດຕະການຈຸດສຸມ ແນໃສ່ປະຕິບັດເປົ້າໝາຍເຕີບໂຕເສດຖະກິດປີ 2026.
ຍູ້​ແຮງ​ໜ້າ​ທີ່​ຈຸດ​ສຸມ​ປະ​ຕິ​ບັດ​ເປົ້າ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2026 - ảnh 1(ພາບປະກອບ: congly.vn)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍລົງນາມໃນຈົດໝາຍລັດຖະການ ສະບັບເລກທີ 06 ອອກວັນທີ 24 ມັງກອນ 2026 ກ່ຽວກັບການຍູ້ແຮງບາງໜ້າທີ່, ມາດຕະການຈຸດສຸມ ແນໃສ່ປະຕິບັດເປົ້າໝາຍເຕີບໂຕເສດຖະກິດປີ 2026, ເຊິ່ງເປັນປີທີ່ມີຄວາມໝາຍສຳຄັນເປັນພິເສດ, ປີທໍາອິດຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ (2026 – 2030), ເລີ່ມຕົ້ນສັງກາດພັດທະນາໃໝ່ຂອງປະເທດຊາດ.

ຕາມນັ້ນແລ້ວ, ຈົດໝາຍລັດຖະການສະບັບດັ່ງກ່າວຊີ້ແຈ້ງວ່າ ກະຊວງການເງິນເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງຮີບເຮັ່ງສ້າງໂຄງການດຳເນີນງານຂອງລັດຖະບານ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດປີ 2026 ເພີ່ມຂຶ້ນຢ່າງໜ້ອຍສຸດ 10% ເມື່ອທຽບໃສ່ປີ 2025. ພ້ອມທັງປະຕິບັດບັນດາມາດຕະການພັດທະນາຕະຫຼາດຫຼັກຊັບ, ຕະຫຼາດຫຸ້ນວິສາຫະກິດມີສະຖຽນລະພາບ, ປອດໄພຢ່າງຂ້ຽວຂາດ, ກາຍເປັນຊ່ອງທາງລະດົມແຫຼ່ງທຶນໄລຍະກາງ ແລະ ໄລຍະຍາວຢ່າງມີປະສິດທິຜົນ ຮັບໃຊ້ການເຕີບໂຕສອງຕົວເລກ.

ຕອບກັບ

ຂ່າວ/ບົດ​ອື່ນ