ສື່ມວນຊົນສາກົນ ເນັ້ນໜັກເຖິງນະໂຍບາຍປະຕິຮູບ ແລະ ການເຕີບໂຕຂອງ ຫວຽດນາມ
(VOVWORLD) - ໜັງສືພິມ ແລະ ສື່ມວນຊົນສາກົນ ໄດ້ອອກຂ່າວເປັນຈຳນວນຫຼາຍກ່ຽວກັບພິທີອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ສະເໜີຕົວຕໍ່ກອງປະຊຸມໃຫຍ່
(ພາບ: VOV)
|
ຫຼາຍສຳນັກຂ່າວພາກພື້ນ ແລະ ສາກົນ, ໃນນັ້ນ ມີສຳນັກຂ່າວສານຊິນຮວາ, ໜັງສືພິມ ໜານກວາຈ້າວປ້າວ, Laotian Times ພ້ອມກັບບັນດາອົງການສື່ມວນຊົນຕາເວັນຕົກຄື: Bloomberg ແລະ AFP ເນັ້ນໜັກວ່າ ເລື່ອງຄະນະບໍລິຫານງານສູນກາງພັກສະໄໝທີ XIV ບັນລຸໄດ້ຄວາມເຫັນດີເປັນເອກະພາບຢ່າງຂາດຂັ້ນເລືອກຕັ້ງທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກສະໄໝທີ XIII, ສືບຕໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກສະໄໝທີ XIV, ຖືນີ້ແມ່ນປະກົດການທີ່ຈະແຈ້ງທີ່ສຸດໃຫ້ແກ່ຄວາມເປັນເອກະພາບສູງພາຍໃນພັກກອມມູນິດ ຫວຽດນາມ, ປະກອບສ່ວນຮັບປະກັນລັກສະນະສະຖຽນລະພາບ ແລະ ສືບທອດໃນວຽກງານນຳພາປະເທດຊາດ.
ຫາງສຽງສາກົນກໍມີຄວາມສົນໃຈເຖິງເລື່ອງ ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ບູລະນະກົມການເມືອງສະໄໝໃໝ່ຢ່າງສົມບູນ ດ້ວຍໂຄງປະກອບທີ່ໄດ້ຮັບການຕີລາຄາວ່າ ເປັນການປະສານສົມທົບຢ່າງກົມກ່ຽວລະຫວ່າງລັກສະນະສືບທອດ ແລະ ປ່ຽນແປງໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການຊີ້ນຳນຳພາໃນສະພາບການ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມຸ່ງໄປເຖິງການຫັນປະເທດເປັນທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.