(vovworld) - ໃນລະຫວ່າງວັນທີ 12 – 13 ຕຸລາ, ສື່ສານສາກົນໄດ້ລົງພິມບົດຂຽນ ແລະ ຮູບພາບກ່ຽວກັບພິທີງານສົບລະດັບຊາດ ພົນເອກຫວໍງວຽນຢາບ ດ້ວຍຄວາມສະເທື່ອນໃຈ. ສຳນັກຂ່າວສານ Reuters ຂຽນວ່າ: ໃນຊຸມມືຜ່ານມາ ປະຊາຊົນຫວຽດນາມ ໄດ້ສະແດງຄວາມເຄົາລົບນັບຖືຢ່າງລົ້ນເຫຼືອມີຕໍ່ ພົນເອກຫວໍງວຽນຢາບ. ສົບຂອງພົນເອກຫວໍງວຽນຢາບ ຖືກປົ່ງຢູ່ແຂວງກວ້າງບິ່ງ ເຊິ່ງແມ່ນບ້ານເກີດຂອງເພີ່ນ, ສິ້ນສຸດພິທີງານສົບລະດັບຊາດເປັນເວລາ 2 ວັນຢູ່ຫວຽດນາມ, ແຕ່ນ້ຳໃຈເຊິ່ງປະຊາຊົນສະຫງວນໃຫ້ແກ່ພົນເອກຫວໍງວຽນຢາບ ຍັງຄົງຍືນຍົງຕະຫຼອດໄປ.
ສຳນັກຂ່າວສານ AP ຂຽນວ່າ: ແຕ່ຮຸ່ງເຊົ້າວັນທີ 13 ຕຸລາ, ປະຊາຊົນນັບແສນຄົນ ໄດ້ມີໜ້າຢູ່ຕາມຖະໜົມເສັ້ນທາງຍາວ 40 ກມ ຈາກໃຈກາງນະຄອນຫຼວງຮ່າໂນ້ຍ ເຖິງສະໜາມບິນໂນ້ຍບາຍ ເພື່ອສັ່ງລາວິລະບຸລຸດຂອງຊາດຫວຽດນາມ. ປະຊາຊົນຫຼາຍຄົນໄດ້ຮ້ອງໂຮ “ພົນເອກຫວໍງວຽນຢາບ ໝັ້ນຍື່ນ”, ຫຼາຍຄົນຫຼັ່ງນ້ຳຕາອອກເມື່ອໂລງສົບຂອງພົນເອກໄປຜ່ານ. ຢູ່ ກວາງບິ່ງ ແຫ່ງບ້ານເກີດຂອງພົນເອກ, ປະຊາຊົນລໍ້ຖາຕ້ອນຮັບພົນເອກໃນຄວາມໂສກເສົ້າເສຍດາຍ ແລະ ສະເທື່ອນໃຈທີ່ສຸດ.
ສ່ວນໜັງສືພິມ Le Monde ຂອງຝລັ່ງ ໄດ້ຂຽນວ່າ: ພິທີງານສົບຂອງພົນເອກຫວໍງວຽນຢາບ ສະແດງໃຫ້ເຫັນວ່າ ທ່ານບໍ່ພຽງແຕ່ແມ່ນນາຍພົນທີ່ປີຊາສາມາດ, ເປັນວິລະບຸລຸດຂອງຊາດຫວຽດນາມ ເທົ່ານັ້ນ ຫາກຍັງ ແມ່ນນາຍພົນຂອງປະຊາຊົນ, ທ່ານຍື່ນຍົງຄົງຕົວໃຈດວງໃຈຂອງຊາວຫວຽດນາມ ຕະຫຼອດໄປ. ໜັງສືພິມ Le Monde ຍັງຂຽນວ່າ “ນອກຈາກທ່ານປະທານໂຮ່ຈິມິນ, ພົນເອກຫວໍງວຽນຢາບ ແມ່ນລູກຜູ້ໜຶ່ງທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ”.